ພິທີຍ້ອງຍໍຜົນງານ 5 ປີ (2011-2015) ແລະ ຜົນງານ 1 ປີ (2017) ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

Apr 24, 2018 | Uncategorized @lo

ພິທີຍ້ອງຍໍຜົນງານ 5 ປີ
ໃນວັນທີ 12 ເມສາ 2018 ໄດ້ມີພິທີຍ້ອງຍໍຜົນງານ 5 ປີ (2011-2015) ແລະ ຜົນງານ 1 ປີ (2017) ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງພິທີດັ່ງກ່າວແມ່ນໄດ້ມອບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ຍ້ອງຍໍລັດຖະບານ ໃຫ້ບັນດາບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນທຸ້ມເທກໍາລັງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານ, ເຊິ່ງໃນນັ້ນ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມກໍ່ໄດ້ຮັບຜົນງານຍ້ອງຍໍ ດັ່ງກ່າວຄື:
1. ທ່ານ ຄໍາປະດິດ ຄໍາມູນເຮືອງ ຫົວໜ້າຫ້ອງການ ກປສ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 1

2. ທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກປສ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

3. ທ່ານ ສຸກກະຕາ ວິຈິດ ອາດີດຫົວໜ້າຫ້ອງການ ກປສ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 3

ພ້ອມດ້ວຍບັນດາຫົວໜ້າພະແນກ ແລະ ພະນັກງານວິຊາການ ຂອງ ກປສ ທີ່ໄດ້ຮັບຫຼຽນກາແຮງງານ ຈໍານວນ 9 ທ່ານ, ແລະ ຍັງມີໃບຍ້ອງຍໍຈາກລັດຖະບານ ອີກ 9 ທ່ານ.ແລະ ນອກຈາກນັ້ນ ຍັງມີພະນັກງານບາງຈໍານວນທີ່ໄດ້ຮັບໃບຍ້ອງຍໍຜົນງານ ປະຈໍາປີ 2017 ນໍາອີກ.

[Best_Wordpress_Gallery id=”4″ gal_title=”ພິທີຍ້ອງຍໍຜົນງານ 5 ປີ”]