ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ຄໍາມ່ວນ, ຊຽງຂວາງ, ຫຼວງພະບາງ, ຫົວພັນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ສະຫວັນນະເຂດ ແລະ ຫຼວງນໍ້າທາ ( 8 ໂຄງການ )

Feb 23, 2018 | Uncategorized @lo

ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ຄໍາມ່ວນ, ຊຽງຂວາງ, ຫຼວງພະບາງ, ຫົວພັນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ສະຫວັນນະເຂດ ແລະ ຫຼວງນໍ້າທາ ( 8 ໂຄງການ ) ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 23 ກຸມພາ 2018 ເຊິ່ງຈັດຂື້ນທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2, ບັນດາຫົວໜ້າ ແລະ ຮອງກົມຕ່າງໆອ້ອມຂ້າງ ແລະ ຄະນະທີມງານຈາກທະນາຄານໂລກ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 44 ທ່ານ.
ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 8 ໂຄງການ ທີ່ໄດ້ຮັບທຶນ ຄື:
1. ໂຄງການ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ໃນປ່າປ້ອງກັນຂອງແຂວງ ນ້ຳອິນ – ພູຫີນເຫຼັກໄຟ ແບບມີສ່ວນຮ່ວມຂອງຊຸມຊົນ, ແຂວງ ຄໍາມ່ວນ.
2. ໂຄງການ ສ້າງຄວາມເຂັ້ມແຂງດ້ານການຮ່ວມມືຄຸ້ມຄອງ ປ່າສະຫງວນແຫ່ງຊາດ ພູສະບົດ-ປຸ່ງຈອງ, ແຂວງ ຊຽງຂວາງ
3. ໂຄງການ ສ້າງຄວາມເຂັ້ມແຂງດ້ານການຮ່ວມມືຄຸ້ມຄອງ ປ່າປ້ອງກັນແຂວງ ພູພືງ-ພູຜາທູນ ແລະ ຕາດກວງຊີ, ແຂວງ ຫລວງພະບາງ
4. ສ້າງຄວາມເຂັ້ມແຂງດ້ານການຮ່ວມມືຄຸ້ມຄອງ ປ່າສະຫງວນແຫ່ງຊາດ ນໍ້າຊຳ, ແຂວງ ຫົວພັນ
5. ໂຄງການ ຄຸ້ມຄອງ ແລະ ປົກປັກຮັກສາ ອ່າງຮັບນໍ້າ ນໍ້າຫາດ ແບບມີສ່ວນຮ່ວມກັບຊຸມຊົນ, ແຂວງ ບໍ່ແກ້ວ
6. ໂຄງການຈັດສັນການນຳໃຊ້ທີ່ດິນຂັ້ນບ້ານ – ກຸ່ມບ້ານ ເມືອງປາກທາ, ແຂວງ ບໍ່ແກ້ວ
7. ໂຄງການສຶກສາ ແລະສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນນໍ້າ ແບບປະສົມປະສານ ໃນເຂດອ່າງຮັບນໍ້າ ເຊທາມວກ, ແຂວງ ສະຫວັນນະເຂດ
8. ໂຄງການຈັດສັນທີ່ດິນຂັ້ນບ້ານ ເມືອງສິງ, ແຂວງ ຫຼວງນ້ຳທາ
ມູນຄ່າລວມທັງໝົດຂອງ 8 ໂຄງການແມ່ນ 18,871,848,400 ກີບ. ຈຸດປະສົງຂອງໂຄງການແມ່ນເພື່ອສ້າງຄວາມເຂັ້ນແຂງໃຫ້ພະແນກກະສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງແຂວງ ໃນການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ຊັບພະຍາ ກອນນໍ້າ ລວມໄປເຖິງການຄຸ້ມຄອງດ້ານສີ່ງແວດລ້ອມ ແລະ ສັງຄົມ.
ທັງ 8 ໂຄງການທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ວາງໄວ້ ເພື່ອແນ່ໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະຕິບັດຕາມພັນທະ ແລະ ພາລະບົດບາດຂອງຕົນ ຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ ແລະ ສັງຄົມ 5 ປີ ຄັ້ງທີ 8 ໄປຕາມທິດສີຂຽວ ແລະ ຍືນຍົງ.
[metaslider id=783]