ພິທີເປີດ ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

Jun 13, 2018 | Uncategorized @lo, ຂ່າວສານ

ພິທີເປີດ ປ້າຍປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໄດ້ຈັດຂື້ນໃນວັນທີ 9 ມິຖຸນາ 2018 ທີ່ຜ່ານມາ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງການປະກາດສວນພຶກສາສາດ ຊຶ່ງມີບາງຕອນທີ່ສໍາຄັນເຊັ່ນວ່າ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ດໍາເນີນການປັກຫຼັກໝາຍອ້ອມເຂດ B ຈໍານວນ 130 ຫຼັກ ກວມເນື້ອທີ່ຈໍານວນ 268 ເຮັກຕາ ແລະ ສ້າງປ້າຍຖາວອນປະກາດເປັນສວນພືກສາສາດຫ້ວຍຍາງ-ດົງໝາກຄາຍ ເພື່ອສືບຕໍ່ປູກຕົ້ນໄມ້ນາໆຊະນິດປະກອບສ່ວນໃນການເພີ່ມອັດຕາປ່າໄມ້ປົກຫຸ້ມຂອງປ່າໄມ້ກໍຄືປົກປັກຮັກສາ ແລະ ຄຸ້ມຄອງເຂດດັ່ງກ່າວໃຫ້ກາຍເປັນເຂດສີຂຽວໃນອະນາຄົດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈະໄດ້ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອວາງແຜນການນໍາໃຊ້ພື້ນທີ່ສີຂຽວນີ້ໃຫ້ກາຍເປັນ ເຂດນິເວດວິທະຍາ ແລະ ແຫຼ່ງທ່ອງທ່ຽວທໍາມະຊາດເປັນບ່ອນພັກຜ່ອນສໍາລັບພະນັກງານກໍຄືພໍ່ແມ່ປະຊາຊົນທີ່ຢູ່ໃກ້ ແລະ ໄກ, ທ່ານລັດຖະມົນຕີຍັງໄດ້ກ່າວຕື່ມອີກວ່າ: ອົງການປົກຄອງເມືອງໄຊທານີ, ຄະນະບ້ານດົງໝາກຄາຍ, ບ້ານໂນນສະຫວ່າງ ແລະ ພໍ່ແມ່ປະຊາຊົນ ທັງສອງບ້ານ ຈົ່ງໃຫ້ການຮ່ວມມືໃນການປົກປັກຮັກສາເຂດສີຂຽວນີ້ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ ໃນພິທີຫຼັງສໍາເລັດປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍແລ້ວຍັງໄດ້ຮ່ວມກັນປູກຕົ້ນໄມ້ຕື່ມອີກ.
[Best_Wordpress_Gallery id=”11″ gal_title=”ພິທີເປີດສວນພຶກສາສາດ”]