ກອງປະຊຸມ ປັບປຸງຮ່າງຄູ່ມືແນະນຳການຄຸ້ມຄອງງົບປະມານຕິດຕາມກວດກາສິ່ງແວດລ້ອມ ແລະ ອ່າງຮັບນ້ຳ

Apr 4, 2024 | Uncategorized @lo

ວັນທິ່ 26 ກຸມພາ 2024 ໄດ້ຈັດກອງປະຊຸມ ປັບປຸງຮ່າງຄູ່ມືແນະນຳການຄຸ້ມຄອງງົບປະມານຕິດຕາມກວດກາສິ່ງແວດລ້ອມ ແລະ ອ່າງຮັບນ້ຳ ໂດຍການເປັນປະທານຂອງ ທ່ານ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດຽວກັນນັ້ນໃຫ້ກຽດເຂົ້າຮ່ວມ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການເງິນ, ກົມສິ່ງແວດລ້ອມ, ກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງລາຍງານຄືນການແກ້ໄຂຜົນການກວດສອບໄລຍະຜ່ານມາ ແລະ ແຜນການແກ້ໄຂໃນຕໍ່ໜ້າ ແລະ ປະກອບຄໍາເຫັນເພີ່ມເຕີມຈາກນັ້ນກໍ່ໄດ້ປຶກສາຫາລືໃນການແກ້ໄຂຜົນການກວດສອບໄລຍະຜ່ານມາ ແລະ ປຶກສາຫາລືການປັບປຸງຮ່າງຄູ່ມືແນະນຳການຄຸ້ມຄອງງົບປະມານຕິດຕາມກວດກາສິ່ງແວດລ້ອມ ແລະ ອ່າງຮັບນ້ຳ.