ວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສາກົນ

May 22, 2020 | Uncategorized @lo, ຂ່າວສານ

ທ່ານຮູ້ບໍ່ວ່າວັນທີ 22 ພຶດສະພາ ແມ່ນວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສາກົນ ຫຼື ຮ້ອງວ່າ International Day for Biological Diversity (IDB), ທັງນີ້ກໍ່ເພື່ອເພີ້ມຄວາມເຂົ້າໃຈ ແລະ ຮັບຮູ້ບັນຫາກ່ຽວກັບຊີວະນາໆພັນ. ໃນວັນທີ 29 ເດືອນທັນວາ 1993 ອົງການສະຫະປະຊາຊາດໄດ້ປະກາດ ເອົາໃນທີ 22 ພຶດສະພາຂອງທຸກໆປີ ເປັນວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສາກົນ. ຫົວຂໍ້ໃນປີນີ້ແມ່ນກ່ຽວກັບການແຂ້ໄຂບັນຫາທີ່ອີງໃສ່ທຳມະຊາດ (Our solutions are in nature). ປີ 2020 ນີ້ ເປັນປີທີ່ສະທ້ອນໃຫ້ເຫັນ ເຖິງ ໂອກາດ ແລະ ວິທີການແກ້ໄຂ ຈາກພວກເຮົາທຸກຄົນ ເພື່ອ “ສ້າງສິ່ງທີ່ດີກັບຄືນມາ (Build Back Better)” ໂດຍໃຊ້ເວລານີ້ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ປະເທດ ໃນຂະນະທີ່ພວກເຮົາກຳລັງຕໍ່ສູ້ ແລະ ຟື້ນຕົວຈາກການແຜ່ລະບາດຄັ້ງໃຫຍ່ຂອງ COVID 19.#ຮ່ວມແຮງຮ່ວມໃຈຮັກສາຊີວະນາໆພັນ#ຮັກຊີວິດ#ຮັກໂລກຂອງພວກເຮົາ🌍 (ຂໍ້ມູນອ້າງອີງ: https://www.cbd.int/idb/)