ກອງປະຊຸມຄະນະວິຊາການ ສຳລັບ ຄສລ 2 ຄັ້ງທີ 11

Mar 17, 2017 | news

ໃນ​ວັນ​ທີ 17 ມິຖຸນາ 2016, ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງ​ປະຊຸມ​ຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຄັ້ງທີ 11 ​ທີ່ຫ້ອງປະຊຸມ ໂຮງແຮມເມື່ອງແທງ,ນະຄອນຫຼວງວຽງຈັນ,ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກສຊ, ຫົວໜ້າຄະນະວິຊາການ ແລະ ທ່ານ ໄຊປລາເດດ ຈຸລາມະນີ, ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າຄະນະວິຊາການສໍາລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2), ພ້ອມດ້ວຍ ຫົວໜ້າ ແລະ ຮອງຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຄະນະວິຊາການສຳລັບ ຄສລ2, ຫົວໜ້າ ແລະ ຜູ້ປະສານງານໂຄງການ ທີ່ຍື່ນບົດສະເໜີຂໍທຶນນຳ ຄສລ2, ແລະ ລວມໄປເຖິງພະນັກງານວິຊາການຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງໝົດມີ 47 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຄສລ2 ໃຫ້ແກ່ຄະນະວິຊາການ, ຜ່ານບົດສະເໜີ ແລະ ລາຍງານ  ເຊິ່ງມີ  9 ໂຄງການດັ່ງນີ້:

  1. ໂຄງການ ສ້າງຄວາມເຂັ້ມແຂງການພັດທະນາ ແລະ ຄຸ້ມຄອງປ່າສະຫງວນນໍ້າແອດ-ພູເລີຍ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້
  2. ໂຄງການສ້າງຄວາມເຂັ້ມແຂວງ ອົງການຄຸ້ມຄອງ ແລະ ການປົກປັກຮັກສາ ແຫຼ່ງນໍ້າເທີນ 2 (ອຄປທ2) ໃນການປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງນໍ້າເທີນ2 ແລະ ປ່າສະຫງວນແຫ່ງຊາດ ນາກາຍ-ນໍ້າເທີນໃຫ້ມີປະສິດທິຜົນສູງ
  3. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ (ກຊສ)
  4. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ (ກຊສ)
  5. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ (ກຊສ)
  6. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ (ກຊສ)
  7. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ (ກຊສ)
  8. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ວຽງຈັນ (ກຊສ)
  9. ໂຄງການ ສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນນະເຂດ (ກຊສ)

ເຊິ່ງໃນນີ້ ໂຄງການສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງປ່າສະຫງວນນ້ຳແອັດພູເລີຍ ແລະ ໂຄງການສ້າງຄວາມເຂັ້ມແຂງ ອົງການຄຸ້ມຄອງ ແລະ ການປົກປັກຮັກສາ ແຫຼ່ງນໍ້າເທີນ 2 (ອຄປທ2) ແມ່ນໂຄງການຫຼັກຂອງ ຄສລ2 ເຊິ່ງກວມເອົາຕົວຊີ້ວັດຫຼັກຂອງ ຄສລ2 ທັງ 9 ໂຄງການນີ້ມີມູນຄ່າລວມ $7,050,000 (ເຈັດລ້ານຫ້າສິບພັນ ໂດລາສະຫະລັດ)

[metaslider id=773]