ກອງປະຊຸມທົບທວນ ແລະ ປຶກສາຫາລື ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2

Feb 16, 2017 | news

ໃນຕອນເຊົ້າຂອງວັນທີ 16 ກຸມພາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ຈັດກອງປະຊຸມທົບທວນ ແລະ ປຶກສາຫາລື ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໂດຍການເປັນປະທານຂອງ ປອ. ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກສຊ, ຫົວໜ້າຄະນະວິຊາການສໍາລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ພ້ອມດ້ວຍ ຮອງຜູ້ອໍານວຍການ ກປສ , ຄະນວິຊາການ, ຊ່ຽວຊານ ຈາກທະນາຄານໂລກ ແລະ ຜູ້ປະສານງານໂຄງການ ລວມທັງໝົດ 22 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຄສລ2 ໃຫ້ແກ່ຄະນະວິຊາການ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ພ້ອມນັ້ນ ກໍ່ຍັງໄດ້ນໍາສະເໜີພາລະບົດບາດ ແລະ ວິທີດໍາເນີນກອງປະຊຸມໃຫ້ຄະນະວິຊາການ ແລະ ກະກຽມການທົບທວນຄືນການຈັດຕັ້ງປະຕິບັດໂຄງການໄລຍະກາງຂອງ ໂຄງການ ຄສລ2 ຈາກທະນາຄານໂລກທີ່ຈະດໍາເນີນໃນເດືອນ ມີນາ 2017 ນີ້.
[metaslider id=768]