ກອງປະຊຸມສະຫຼຸບການລົງຕິດຕາມ ແລະ ຊຸກຍູ້ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມຢູ່ ສປປ ລາວ ໄລຍະ 2

Nov 15, 2018 | news

ໃນຕອນເຊົ້າວັນທີ 12​ ພະຈິກ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມສະຫຼຸບການລົງຕິດຕາມ ແລະ ຊຸກຍູ້ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ທີ່ ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວິລະນະ ສອນນະສິນ, ຮອງຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ສະຕີເຟັນ ດານໂຢ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ, ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ຄະນະນໍາ ຫ້ອງການ ກປສ, ທີມງານຈາກທະນາຄານໂລກ, ບັນດາຫົວໜ້າ ແລະ ຜູ້ປະສານງານໂຄງການ ລວມທັງພະນັກງານຂອງຫ້ອງການ ກປສ ລວມທັງໝົດມີ 98 ທ່ານ.

ກອງປະຊຸມຄັ້ງນີ້ແມ່ນສືບຕໍ່ຈາກກອງປະຊຸມລິເລີ້ມໃນຄັ້ງວັນທີ 5 ພະຈິກ 2018 ເຊິ່ງໄລຍະການລົງຕິດຕາມ ແລະ ຊຸກຍູ້ ແມ່ນເລີ່ມຈາກວັນທີ 5-12 ພະຈິກ 2018.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນສະຫຼຸບບັນດາຂໍ້ຄົງຄ້າງ, ສິ່ງທີ່ທ້າທາຍ ແລະ ຕິດຕາມຄວາມຄືບໜ້າຂອງໂຄງການ ທີ່ໄດ້ຮັບທຶນຈາກ ຄສລ2. ດັ່ງນີ້, ຜົນຂອງກອງປະຊຸມດັ່ງກ່າວແມ່ນຈະເອົາໄປຜັນຂະຫຍາຍການຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍຂອງໂຄງການທີ່ວາງໄວ້.

[Best_Wordpress_Gallery id=”30″ gal_title=”wrapup”]