ກອງປະຊຸມສະຫຼຸບປະຈໍາປີ ສໍາລັບໂຄງການພາກເໜືອທີ່ໄດ້ຮັບທຶນຈາກ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ

Jul 5, 2019 | news

ໃນລະຫວ່າງວັນທີ 01-02 ກໍລະກົດ 2019 ພະແນກຊັບພະຍາກອນ ແລະ ທໍາມະຊາດສິ່ງແວດລ້ອມ ແລະ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບປະຈໍາປີ ສໍາລັບໂຄງການພາກເໜືອ 6 ແຂວງ ລວມມີ 14 ໂຄງການ ທີ່ໄດ້ຮັບທຶນຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ນັບແຕ່ປີ 2016 ເປັນຕົ້ນມາ ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມ ໂດຍມີ ທ່ານ ສີພັນດອນ ສີຫາວົງ ຮັກສາການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ທ່ານ ທອງ ອາລີ ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ແລະ ທ່ານ ໄນເພັດ ບຸບຜາ ຮອງພະແນກກະສິກໍາ ແລະ ປ່າໄມ້ ແຂວງຜົ້ງສາລີ ພ້ອມດ້ວຍຜູ້ເຂົ້າຮ່ວມ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການເງິນ ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແລະພະແນກຊັບພະຍາກອນທໍາມະຊາດ ແຂວງຜົ້ງສາລີ.ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ ແລະ ບໍລິຄຳໄຊ ລວມໄປເຖິງພະນັກງານວິຊາການຈາກ ກປສ ລວມທັງໝົດມີ 59 ທ່ານ ຍິງ 17 ທ່ານ.
ຈຸດປະສົງເພື່ອເປັນການສະຫຼຸບການຈັດຕັ່ງປະຕິບັດຂອງແຕ່ລະໂຄງການ ແລະ ຖອດຖອນບົດຮຽນຮ່ວມກັນລະຫວ່າງບັນດາໂຄງການ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມທັງແກ້ໄຂບັນຫາໃຫ້ດີຂຶ້ນໃນການຈັດຕັ້ງປະຕິບັດ ໂຄງການ ໂດຍສະເພາະແມ່ນແນ່ໃສ່ເລື່ອງສິ່ງແວດລ້ອມ ແລະ ສານເຄມີ ທີ່ມີຜົນກະທົບຕໍ່ປະຊາຊົນໃເຂດ ສວນກວ້ຍ, ສວນອອ້ຍ ແລະ ການອະນຸລັກ ປ່າສະຫງວນ, ປ່າປ້ອງກັນ ແລະ ສັດທີ່ຫາຍາກໃນພື້ນທີ່ປ່າສະຫງວນ ນໍ້າມ່ວນ-ນໍ້າຍ່ວງແຂວງບໍລິຄຳໄຊ, ປ່າສະຫງວນ ນໍ້າລານ ແຂວງຜົ້ງສາລີ, ປ່າສະຫງວນ ພູຫີຜີ ແຂວງອຸດົມໄຊ, ປ່າປ້ອງກັນນໍ້າຍາວ-ນໍ້າຍອມ ແລະປ່າສະຫງວນຫວ້ຍຕາບ ແຂວງບໍ່ແກ້ວ, ປ່າສະຫງວນນໍ້າຮຸ່ງນໍ້ສາແມດ ແຂວງໄຊຍະບູລີ, ປ່າສະຫງວນ ພູສາມຍອດ ແຂວງຫລວງນໍ້າທາ.
[Best_Wordpress_Gallery id=”51″ gal_title=”75719″]