ກອງປະຊຸມສັງລວມການທົບທວນກອບຜົນໄດ້ຮັບຂອງ ຄສລ2

Apr 6, 2017 | news

ໃນຕອນບ່າຍວັນທີ 5 ເມສາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມປຶກສາຫາລືທົບທວນກອບຜົນໄດ້ຮັບຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ທີ່ ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍທ່ານ ທ່ານ ໄຊປລາເດດ ຈຸລາມະນີ, ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າຄະນະວິຊາການສໍາລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ແລະ ທ່ານ ຊອນ ມີແຊນ ປາວີ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ກປສ, ທີມງານຈາກທະນາຄານໂລກ, ບັນດາຫົວໜ້າ ແລະ ຜູ້ປະສານງານໂຄງການຍ່ອຍ ແລະ ລວມທັງພະນັກງານຂອງຫ້ອງການ ກປສ ລວມທັງໝົດມີ 111 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານຜົນການທົບທວນໄລຍະກາງ ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສ ປ ປ ລາວ ໄລຍະ 2 ແລະ ສະເໜີທິດທາງໃນຕໍ່ໜ້າຂອງໂຄງການດັ່ງກ່າວ. ກອງປະຊຸມຄັ້ງນີ້ແມ່ນນອນຢູ່ໃນແຜນການລົງຕິດຕາມ ແລະ ທົບທວນ ຂອງ ຄສລ 2 ເຊິ່ງເລີ່ມຕັ້ງແຕ່ວັນທີ 20/3/2017-07/4/2017.
[metaslider id=776]