ກອງປະຊຸມ ຜູ້ມີສ່ວນຮ່ວມ ປະຈຳປີ 2016 ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ

Jan 13, 2017 | news

ໃນວັນທີ 19 ຕຸລາ 2016 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມ ຜູ້ມີສ່ວນຮ່ວມ ປະຈໍາປີ 2016 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ກຽດກ່າວເປີດກອງປະຊຸມໂດຍ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ເປັນປະທານກອງປະຊຸມໂດຍທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ຊອນ ມີແຊນ ປາວີ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ ມີຜູ້ເຂົ້າຮ່ວມກອງປະຊຸມແມ່ນມາຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 18 ແຂວງ ແລະ ສູນກາງ,ມະຫາວິທະຍາໄລແຫ່ງຊາດ, ກະຊວງ, ອົງການຈັດຕັ້ງສາກົນ ແລະ ຂະແໜງການກ່ຽວຂ້ອງ , ອົງກາານຈັດຕັ້ງສາກົນ ລວມທັງໝົດ 136 ທ່ານ
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນສະຫລຸບຜົນງານ ການເຄື່ອນໄຫວຂອງ ກປສໃນໄລຍະ 01ປີ ຜ່ານມາ ແລະ ໃຫ້ທິດທາງການເຄື່ອນໄຫວ ຂອງ ກປສ ໃນ 5 ປີ ຕໍ່ໜ້າ ໂດຍສະເພາະ ການລົງທຶນໃນດ້ານສິ່ງ ແວດລ້ອມ ລວມທັງວິໄສທັດຮອດປີ 2030 ແລະ ໄດ້ຮັບຟັງບົດສະເໜີກ່ຽວກັບບົດຮຽນໃນການຈັດຕັ້ງປະຕິບັດໂຄງການ ຄຸ້ມຄອງປ່າສະຫງວນ, ໂຄງການຄຸ້ມຄອງຢາຂ້າຫຍ້າ ໂດຍມະຫາວິທະຍາໄລແຫ່ງຊາດ, ບົດຮຽນໂຄງການເງິນກູ້ເພື່ອກຳຈັດສິ່ງເສດເຫລືອ, ບົດສະເໜີຂອງຜູ້ໄດ້ຮັບທຶນ ແລະ ຜູ້ໃຫ້ທຶນ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ຂອງໂຄງການທະນາຄານໂລກ ແລະ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ຂອງໂຄງການນ້ຳງຽບ 1 ນອກຈາກນັ້ນ ຍັງໄດ້ປຶກສາຫາລື ເພື່ອເຮັດໃຫ້ການສະໜອງທຶນໃນຕໍ່ໜ້າ ໂດຍສະເພາະ ຂອງ ກປສ ສຸມໃສ່ການແກ້ໄຂບັນຫາສິ່ງແວດລ້ອມໃນທ້ອງຖິ່ນ.