ກອງ​ປະ​ຊຸມ​ຄະ​ນະ​ວິ​ຊາ​ການສຳ​ລັບ​ໂຄງ​ການສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​ໄລ​ຍະ 2 ຄັ້ງ​ທີ XVII

Oct 31, 2019 | news

ໄດ້​ຈັດ​ຂື້ນ​ໃນ​ເວ​ລາ 8:30 ໂມງ ຂອງວັນ​ທີ 30 ກັນ​ຍາ 2019 ທີ່​ໂຮງ​ແຮມ​ວຽງ​ຈັນ​ພ​ຮາ​ຊາ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ພູ​ວົງ ຫຼວງ​ໄຊ​ຊະ​ນະ, ຫົວ​ໜ້າ​ກົມ​ແຜນ​ການ ແລະ ການ​ຮ່ວມ​ມື, ກ​ຊ​ສ, ຫົວ​ໜ້າ​ຄະ​ນະ​ວິ​ຊາ​ການ ຄ​ສ​ລ 2 ພ້ອມ​ດ້ວຍ​ຄະ​ນະ​ວິ​ຊາ​ການ​ຈາກ ກົມ​ແຜນ​ການ ແລະ ການ​ເງິນ ກະ​ຊວງ​ກະ​ສິ​ກຳ​ ແລະ ປ່າ​ໄມ້ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ພ້ອມ​ທັງ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ 7 ແຂວງ (ຫຼວງ​ພະ​ບາງ, ຊຽງ​ຂວາງ, ຫົວ​ພັນ, ວຽງ​ຈັນ, ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ), ຕາງ​ໜ້າ​ຈາກ​ກົມ​ນະ​ໂຍ​ບາຍ ແລະ ການ​ວາງ​ແຜນ​ພະ​ລັງ​ງານ, ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ອົງ​ການ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ຕົວ​ເມືອງ (ອ​ພບ​ຕ), ສະ​ຖາ​ບັນ​ນິ​ເວດ​ວິ​ທະ​ຍາ ແລະ ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ກົມ​ການ​ເງິນ ກ​ຊ​ສ) ແລະ ກ​ປ​ສ ລວມ​ທັງ​ມົດ 44 ທ່ານ.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ລວມ​ເອົາ ລາຍ​ງາ​ນ​ຄວາມ​ຄືບ​ໜ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ຄ​ສ​ລ 2 ປະ​ຈຳ 6 ເດືອນ​ຕົ້ນ​ປີ 2019 ໂດຍ​ສະ​ເພາະ​ບັນ​ດາ​ຂໍ້​ຄົງ​ຄ້າງ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ, ລາຍ​ງານ​ຄືນ​ໜ້າ​ວຽກ ແລະ ການ​ຈັດ​ຕັ້ງ​ປະ​ຕິບັດ​ແນ​ວຽກ ທີ່​ໄດ້​ເອກ​ກະ​ພາບ​ຮ່ວມ​ກັບ​ທະ​ນາ​ຄານ​ໂລກ ໃນ​ເວ​ລາ​ຕິດ​ຕາມ​ໂຄງ​ການ ຄ​ສ​ລ 2 ຄັ້ງ​ວັນ​ທີ 6-17 ພຶດ​ສະ​ພາ 2019, ໂດຍ​ສະ​ເພາະ​ການ​ຈັດ​ສັນ​ງົບ​ປະ​ມານ​ຄືນ​ເພື່ອ​ໃຫ້​ສາ​ມາດ​ນຳ​ໃຊ້​ຕາມ​ເປົ້າ​ໝາຍ, ນຳ​ສະ​ເໜີ​ພິ​ຈາ​ລະ​ນາ ແລະ ​ຮັບ​ຮອງບົດ​ສະ​ເໜີ​ໂຄງ​ການ ຈຳ​ນວນ 13 ໂຄງ​ການ​ທີ່​ຂໍ​ທຶນ​ເພິ້ມ ແລະ ຂໍ​ທຶນ​ໃໝ່​ຈາກ ກ​ປ​ສ (ທຶນ​ພາຍ​ໃນ ກ​ປ​ສ ແລະ ທຶນ ຄ​ສ​ລ 2).

ໂຄງ​ການ​ທີ່​ສະ​ເໜີ​ 13 ໂຄງ​ການ​ລວມ​ມີ: (1) ໂຄງ​ການ​ປ່າ​ສະ​ຫງວນ​ພູ​ມືດ-​ພູ​ສັນ​ເຂື່ອນ ແບບ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ​ແຂວງວຽງ​ຈັນ, (2) ໂຄງ​ການ​ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ​ແຫ່ງ​ຊາດ​ນ້ຳ​ມ່ວນ-​ນ້ຳ​ຍ້ວງ ເຂດຍອດ​ນ້ຳ​ມ່ວນ​ໃຫ້​ມີ​ຄວາມ​ຍືນ​ຍົງ ແຂວງ​ບໍ​ລິ​ຄຳ​ໄຊ, (3) ​ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຫົວ​ພັນ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (4) ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຊຽງ​ຂວາງ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (5) ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​​ຫຼວງ​ພະ​ບາງ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (6)ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ວຽງ​ຈັນ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (7) ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​​ບໍ​ລິ​ຄຳ​ໄຊ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (8) ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​​ຄຳ​ມ່ວນ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (9) ໂຄງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ພະ​ນັກ​ງານ​ສິ່ງ​ແວດ​ລ້ອມ, ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​​ສະ​ຫວັນ​ນະ​ເຂດ ໃນ​ການ​ນຳ​ໃຊ້ ແລະ ຕິດ​ຕາມ​ການ​ປະ​ເມີນ​ຜົນ​ກະ​ທົບ​ສິ່ງ​ແວດ​ລ້ອມ​ເບື້ອງ​ຕົ້​ນ (IEE), (10) ໂຄງ​ການ​ຄົ້​ນ​ຄວ້າ​ປູກມອນ-​ລ້ຽງ​ມ້ອນ ແນວ​ພັນ​ພື້ນ​ເມືອງ​ເພື່ອ​ການ​ອະ​ນຸ​ລັກ (Researech on Lao Serculture for Conservation), (11) ໂຄງ​ການ​ປ້ອງ​ກັ​ນ​ສະ​ພາບ​ນ້ຳ​ຖ້ວ​ມ​ອັ່ງ​ຂັງ​ໃນ​ຕົວ​ເມືອງ ໃນ​ນະ​ຄອນ​ຫຼວງວຽງ​ຈັນ, (12) ໂຄງ​ການ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ຂອງ​ພະ​ນັກ​ງ​ານ DEPP ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໄຟ​ຟ້າ​ນ້ຳ​ຕົກ​ແບບ​ຍືນ​ຍົງ (PSHD) ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, (13) ໂຄງ​ການ​ການ​ປະ​ເມີນ​ມູນ​ຄ່າ​ທ​າງ​ເສດ​ຖະ​ກິດ​ຂອງ​ລະ​ບົບ​ນິ​ເວດ​ວິ​ທະ​ຍ​າ ແລະ ບັນ​ດາ​ຊີ​ວະ​ນາໆ​ພັນ ໃນ​ເຂດ​ປ່າ​ສະ​ຫງວນ​ພູ​ຈອມວອຍ.

ໃນ​ນີ້​ທາງ​ຄະ​ນະ​ວິ​ຊາ​ການ ເຫັນ​ດີ​ເປັນ​ເອກ​ກະ​ພາບ​ຮັບ​ຮອງ 12 ໂຄງ​ການ ແລະ ເຫັນ​ດີ​ຮັບ​ຮອງ​ທາງ​ດ້ານ​ຫຼັກ​ການ 1 ໂຄງ​ການ, ພ້ອມ​ນີ້ ໃຫ້​ທຸກໆ​ໂຄ​ງ​ການ​ປັບ​ປຸງ​ບົດ​ສະ​ເໜີ​ໂຄງ​ການ​ຂອງ​ຕົນ ຕາມ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ຄະ​ນະ​ວິ​ຊາ​ການ ແລະ ຂໍ​ສະ​ເໜີ​ການ​ເຫັນ​ດີ​ຈາກ​ທະ​ນາ​ຄານ​ໂລກ ສ​ຳ​ລັບ​ໂຄງ​ການ​ທີ່​ຂໍ​ທຶນ ຄ​ສ​ລ 2 ແລະ ໂຄງ​ການ​ທີ່​ຂໍ​ທຶນ ກ​ປ​ສ ສືບ​ຕໍ່​ປັບ​ປຸງ ແລະ ສະ​ເໜີ​ສະ​ພາ​ບໍ​ລິ​ຫານ ​ເພ​ື່ອ​ຂໍ​ອະ​ນຸ​ມັດ.

[Best_Wordpress_Gallery id=”60″ gal_title=”30092019″]