ຝຶກອົບຮົມ ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການ ຂອງ ກປສ

Mar 7, 2017 | news

ໃນວັນທີ 1-3 ມີນາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ຈັດຝຶກອົບຮົມການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການ ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ ຄໍາປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກປສ, ເຊິ່ງກ່ອນການຝຶກອົບຮົມຈະເລີ່ມຕົ້ນທ່ານປະທານໄດ້ກ່າວເຖີງປະຫວັດຄວາມເປັນມາ ແລະ ແຜນຍຸດທະສາດຂອງກອງທືນປົກປັກຮັກສາສິ່ງແວດລ້ອມໃນອານາຄົດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ແລະເຂົ້າໃຈເປົ້າໝາຍຂອງ ກປສ. ໃນການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມມາຈາກ 06 ແຂວງ, 07 ໂຄງການຄື: ບັນດາຫົວໜ້າໂຄງການ, ຜູ້ປະສານງານໂຄງການ ແລະ ພະນັກງານບັນຊີການເງິນ ແລະ ພ້ອມດ້ວຍທີມງານວິຊາການຂອງ ກປສ ລວມທັງໝົດ 35 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອໃຫ້ໂຄງການຍ່ອຍທີໄດ້ຮັບທືນຈາກ ກປສ ໃຫ້ມີຄວາມເຂົ້າໃຈເລິກເຊີ່ງໃນການດໍາເນີນໂຄງການໃຫ້ມີປະສິດຕິພາບ. ໂດຍສະເພາະແມ່ນເໜັ້ນໃສ່ການຈັດຕັ້ງປະຕິບັດການຄຸ້ມຄອງໂຄງການເຊັ່ນ: ດ້ານການເງິນ, ການຈັດຊື້-ຈັດຈ້າງ ແລະ ການຕິດຕາມຜົນໂຄງການ. ເຊີ່ງໃນການຝຶກອົບຮົມນີ້ແມ່ນເໜັ້ນໃສ່ການປະຕິບັດຕົວຈິງເປັນສ່ວນຫຼາຍ, ເຊິ່ງບັນດາໂຄງການຍ່ອຍທີ່ເຂົ້າຝຶກອົບຮົມມີດັ່ງນີ້

1) ໂຄງການຄຸ້ມຄອງປ່າປ້ອງກັນພູສາມຍອດ ແຂວງຫຼວງນໍ້າທາ.
2) ໂຄງການຄຸ້ມຄອງປ່າສະຫງວນນໍ້າຍາວ-ນໍ້າຍອງ ແລະ ປ່າປ້ອງກັນຫ້ວຍຕາບ ແຂວງບໍ່ແກ້ວ.
3) ໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດພູຫີຜີ ແຂວງອຸດົມໄຊ.
4) ໂຄງການຄຸ້ມຄອງປ່າສະຫງວນນໍ້າລານ ແຂວງຜົງສາລີ.
5) ໂຄງການຄຸ້ມຄອງປ່າສະຫງວນຫ້ວຍງົວ ແຂວງບໍລິຄໍາໄຊ.
6) ໂຄງການຄຸ້ມຄອງປ່າສະຫງວນນໍ້າມ່ວນ-ນໍ້າຍ່ວງ ແຂວງບໍລິຄໍາໄຊ.
7) ໂຄງການຄຸ້ມຄອງອ່າງນໍ້າເທີນ-ນໍ້າກະດີງ ແຂວງຄໍາມ່ວນ.
[metaslider id=772]