ຫນັງ­ສື​ເຊີນ​ເຂົ້າ​ຮ່ວມ​​ການສົມ​ທຽບ​ລາ­ຄາ

Aug 25, 2020 | Close Post

ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ

ສັນ­ຕິ­ພາບ ເອ­ກະ­ລາດ ປະ­ຊາ­ທິ­ປະ­ໄຕ ເອ­ກະ​ພາບ ວັດ­ທະ­ນະ​ຖາ­ວອນ

————————————-

ກະ­ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ

ໂຄງການສ້າງຄວາມເຂັ້ມແຂງ​ໃນ​ການ​ບັງຄັບ​ໃຊ້​ນິຕິ​ກຳ ກ່ຽວ​ກັບ

ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ

 

ຫນັງ­ສື​ເຊີນ​ເຂົ້າ​ຮ່ວມ​​ການສົມ​ທຽບ​ລາ­ຄາ

 

ເຖີງ: ບໍລິສັດ/ຮ້ານ ສະໜອງພາຫະ​ນະ(ລົດຈັກ ​ແລະ ລົດ​ໃຫຍ່), ອຸປະກອນໄອທີ, ເຟີ​ນິ​ເຈີ້​ຫ້ອງ​ການ ແລະ ອຸປະກອນ  

       ຕິດຕາມກວດກາສິ່ງແວດລ້ອມ

 

  1. ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຊ່ວຍເຫຼືອ​ ຈາກທະນາຄານໂລກ ຜ່ານ​ກົນ​ໄກ​ການ​ໃຫ້​ທຶນ​ຂອງ ຫ້ອງ​ການກອງ​ທຶນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ເພື່ອຈັດ​ຕັ້ງ​ປະ​ຕິ​ບັດໂຄງການສ້າງຄວາມເຂັ້ມແຂງ​ໃນ​ການ​ບັງຄັບ​ໃຊ້​ນິຕິ​ກຳ ກ່ຽວ​ກັບ ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ, ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ມີ​ຈຸດປະ​ສົງນຳ​ໃຊ້​ງົບ​ປະ​ມານ​ສ່ວນ​ໜຶ່ງ ດຳ­ເນີນ​ການ​ປະ­ມູນ​ຈັດ​ຊື້ ພາຫະນະ(ລົດຈັກ ແລະ ລົດໃຫຍ່), ອຸປະກອນໄອທີ, ເຟີ​ນິ​ເຈີ້​ຫ້ອງ​ການ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ ຈຳນວນໜຶ່ງ ດ້ວຍ​ການ​ສະເຫ​ນີ​ໃຫ້​ຍື່ນ​ການສົມ​ທຽບ​ລາ​ຄາ.
  2. ໂຄງການສ້າງຄວາມເຂັ້ມແຂງ​ໃນ​ການ​ບັງຄັບ​ໃຊ້​ນິຕິ​ກຳ ກ່ຽວ​ກັບ ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ, ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະ­ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂໍ​ເຊີນ​ບໍ­ລິສັດ​ຂອງ​ທ່ານ​ເຂົ້າ​ຍື່ນ​ຊອງ​ສົມ​ທຽບ​ລາ­ຄາ ສຳ­ລັບ ຊື່​ພາຫະນະ, ອຸປະກອນໄອທີ, ເຟີ​ນິ​ເຈີ້​ຫ້ອງ​ການ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ.
  3. ການ​ປະ­ມູນ​ນີ້ ຈະດຳ­ເນີນຕາມ​ຂັ້ນ​ຕອນ​ການ​ປະ­ມູນ​ສົມ​ທຽບ​ລາ­ຄາ ທີ່​ໄດ້​ກຳ​​ນົດ​ໄວ້​ຢູ່​ໃນ​ດຳ­ລັດ​ວ່າ​ດ້ວຍ​ການ ປະ­ມູນ​ຈັດ​ຊື້ ສິນ­ຄ້າ, ການ​ກໍ່­ສ້າງ ສ້ອມ­ແປງ ແລະ​ການ​ບໍ­ລິ­ການ ດ້ວຍ​ທຶນ​ຂອງ​ລັດ, ສະ­ບັບ​ເລກ​ທີ 03/ນຍ, ລົງ​ວັນ​ທີ 9 ມັງ­ກອນ 2004 ແລະ​ລະ­ບຽບ​ການ­ຈັດ­ຕັ້ງ​ປະ­ຕິ ບັດ ດຳລັດ, ສະ­ບັບ​ເລກ​ທີ 063/ກງ, ລົງ​ວັ-ນ​ທີ 12 ມີ­ນາ 2004 ແລະ ລະ ບຽບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ດຳ­ລັດ, ສະ­ບັບ​ເລກ​ທີ 063/ກງ, ລົງ​ວັນ​ທີ 12 ມີນາ 2004 ແລະ​ສະ­ບັບ​ດັດ­ແກ້​ເລກ​ທີ 0861/ກງ, ລົງ​ວັນ​ທີ 05 ພຶດ ສະ­ພາ 2009.
  4. 4. ບໍລິສັດ ທີ່​ສົນ​ໃຈ​ເຂົ້າ​ຮ່ວມ​ສົມ​ທຽບ​ລາຄາ ການ​ສະ​ໜອງ​ພາຫະນະ ​ແລະ ອຸປະກອນດັ່ງ​ກ່າວ ສາມາດ​ເຂົ້າ​ມາ​ພົວພັນ​ເອົາ​ເອກະສານ​ກັບ​ທາງ​ພວກ​ເຮົາ​ໄດ້ ທີ່ກອງ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ຕຶກ 1​00, ຊັ້ນ 3, ຄຸ້ມຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ບ້ານ​ສີ​ດຳດວນ, ​ເມືອງ​ຈັນທະ​ບູລີ, ນະຄອນຫຼວງ​ວຽງຈັນ. ​ໂທລະສັບ/​ແຟັກ: 021 264 921 ​ໃນ​ໂມງ​ລັດຖະການ. ​

ນະຄອນຫຼວງວຽງຈັນ, ວັນທີ 24 ພຶດສະພາ 2017   

                                             

ຕິດຕໍ່ພົວພັນ:

ທ. ພູວອນ ແກ້ວມະນີ

ໂທລະສັບ: 020 54441222 ຫຼື 020 22004775