ພິທີເຊັນສັນຍາ ສະໜອງທຶນຈາກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 ໃຫ້ແກ່ 4 ໂຄງການ

Jan 13, 2017 | news

ພິທີເຊັນສັນຍາ ສະໜອງທຶນຈາກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໂດຍຜ່ານ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໃຫ້ແກ່ 4 ໂຄງການ

ໃນຕອນບ່າຍຂອງ ວັນທີ 23 ກັນຍາ 2016 ທີ່ຫ້ອງປະຊຸມ ກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ມີພິທີ ເຊັນສັນຍາ ສະໜອງທຶນຈາກ ໂຄງການສິ່ງ ແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໂດຍຜ່ານກອງທຶນປົກປັກ ຮັກສາສິ່ງແວດລ້ອມ (ກປສ) ໃຫ້ແກ່ 4 ໂຄງການ: (1) ໂຄງການສ້າງຄວາມ ເຂັ້ມແຂງ ໃຫ້ກົມຄວບຄຸມມົນລະພິດ (ກຄມ), ກະຊວງຊັບພະຍາ ກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃນການຄວບຄຸມມົນລະພິດ ແລະ ຄຸ້ມຄອງ ສິ່ງເສດ ເຫຼືອ ແລະ ສານເຄມີທີ່ເປັນອັນຕະລາຍ, (2) ໂຄງການສ້າງຄວາມເຂັ້ມແຂງຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຕິດຕາມວິໄຈຄຸນນະພາບອາກາດ, ສຽງ, ການນຳໃຊ້ອຸປະກອນ ການວິໄຈທີ່ມີປະສິດທິຜົນ ແລະ ການຖ່າຍທອດເຕັກໂນໂລຊີ ທີ່ເໝາະສົມ ໃນການຄຸ້ມຄອງສິ່ງເສດເຫຼືອ ສຳລັບ ວິສາຫະກິດຂະໜາດກາງ ແລະ ຂະ ໜາດນ້ອຍ, (3) ໂຄງການສ້າງຄວາມເຂັ້ມແຂງ ໃນການບັງຄັບໃຊ້ ນິຕິກຳກ່ຽວກັບການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, (4) ໂຄງການຍົກລະດັບ ຄວາມສາມາດຂອງກົມສົ່ງເສີມຄຸນນະພາບ ເພື່ອເຮັດໜ້າທີ່ເສີມຂະຫຍາຍ ແຜນຄຸ້ມຄອງ ສິ່ງແວດລ້ອມ ແບບຮອບດ້ານ ແລະ ທົດລອງການປະເມີນສິ່ງແວດລ້ອມແບບຍຸດທະສາດ ISP ແລະ SEA. ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ຜູ້ປະສານ ງານໂຄງການ, ວິຊາການ ຈາກກົມກອງອ້ອມຂ້າງ ແລະ ພະນັກງານ ຂອງ ກປສ ລວມທັງໝົດປະມານ 25 ທ່ານ.
ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ ທຶນ) ແລະ ທັງ 4 ໂຄງການດັ່ງນີ້:
1. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ກົມຄວບຄຸມມົນລະພິດ (ກຄມ), ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຄວບຄຸມ ມົນລະພິດ ແລະ ຄຸ້ມຄອງສິ່ງ ເສດເຫຼືອ ແລະ ສານເຄມີທີ່ເປັນອັນຕະລາຍ ໃນມູນຄ່າ 699,773 ໂດລາສະຫະລັດ (5,668,161,300 ກີບ, ອັດຕາແລກ ປ່ຽນ 1 ໂດລາ ເທົ່າກັບ 8,100 ກີບ) ຈັດຕັ້ງປະຕິບັດ ໂດຍກົມຄວບຄຸມມົນ ລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ສຳລັບ ໂຄງການດັ່ງກ່າວແມ່ນຈະປະກອບສ່ວນສຳຄັນໃນການສ້າງຄວາມ ສາມາດ ໃຫ້ແກ່ ກຄມ ໃນການສ້າງນະໂຍບາຍ ແລະ ນິຕິກຳກ່ຽວກັບການຄວບຄຸມ ມົນລະພິດ ແລະ ມາດຕະການບັງຄັບໃຊ້ໃນການຄວບຄຸມມົນລະພິດ, ການຈັດການ ສິ່ງເສດເຫຼືອ ແລະ ສານ ເຄມີອັນຕະລາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງສຸມໃສ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ 3 ແຂວງທົດລອງ (ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ໃນວຽກງານ ດັ່ງກ່າວ.
2. ໂຄງການສ້າງຄວາມເຂັ້ມແຂງຂະແໜງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດ ລ້ອມ ໃນການຕິດຕາມວິໄຈຄຸນນະພາບອາກາດ, ສຽງ, ການນຳໃຊ້ອຸປະກອນການວິໄຈທີ່ ມີປະສິດທິຜົນ ແລະ ການຖ່າຍທອດ ເຕັກໂນໂລຊີທີ່ເໝາະສົມໃນການຄຸ້ມຄອງສິ່ງເສດ ເຫຼືອສຳລັບວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ໃນມູນຄ່າ 829,000 ໂດລາສະຫະລັດ (6,714,900,000 ກີບ, ອັດຕາແລກປ່ຽນ 1 ໂດລາ ເທົ່າກັບ 8,100 ກີບ), ຈັດຕັ້ງປະຕິບັດໂດຍ ສະຖາບັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ສຳລັບ ໂຄງການດັ່ງກ່າວໄດ້ເນັ້ນໜັກ ໃສ່ສ້າງຄວາມເຂັ້ມແຂງຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຕິດຕາມວິໄຈ ຄຸນນະພາບອາກາດ, ສຽງ ເພື່ອນຳໃຊ້ອຸປະກອນການວິໄຈທີ່ມີປະສິດ ທິຜົນ ແລະ ການຖ່າຍທອດເຕັກໂນໂລຊີທີ່ເໜາະສົມໃນການຄຸ້ມຄອງສິ່ງເສດເຫລືອ ສຳລັບວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.
3. ໂຄງການສ້າງຄວາມເຂັ້ມແຂງ ໃນການບັງຄັບໃຊ້ນິຕິກຳກ່ຽວກັບການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໃນມູນຄ່າ 1,879,229 ໂດລາສະຫະລັດ (15,221,754,900 ກີບ, ອັດຕາແລກປ່ຽນ 1 ໂດລາ ເທົ່າກັບ 8,100 ກີບ), ຈັດຕັ້ງປະຕິ ບັດໂດຍ ກອງປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ສຳລັບໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນສຳຄັນ ໃນການຕິດຕາມກວດກາ ການປະຕິບັດພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມຂອງ ໂຄງການລົງທຶນ ໂດຍເນັ້ນໜັກໃສ່ຂະແໜງໄຟຟ້ານ້ຳຕົກ, ບໍ່ແຮ່ ແລະ ຂົວທາງ, ພ້ອມທັງ ຕິດຕາມ ແລະ ກວດກາໂຄງການລົງທຶນ ໃນແຂວງເປົ້າໝາຍ.
4. ໂຄງການຍົກລະດັບຄວາມສາມາດຂອງກົມສົ່ງເສີມຄຸນນະພາບເພື່ອເຮັດໜ້າທີ່ ເສີມຂະຫຍາຍແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ແລະ ທົດລອງການປະເມີນ ສິ່ງແວດລ້ອມແບບຍຸດທະສາດ ISP ແລະ SEA ໃນມູນຄ່າ 799,115 ໂດລາສະຫະລັດ (6,472,831,500 ກີບ, ອັດຕາແລກ ປ່ຽນ 1 ໂດລາ ເທົ່າກັບ 8,100 ກີບ), ຈັດຕັ້ງປະຕິບັດ ໂດຍກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ສຳລັບໂຄງການດັ່ງກ່າວ ໄດ້ເນັ້ນໜັກໃສ່ການວາງແຜນ ແລະ ການຄຸ້ມ ຄອງສິ່ງແວດລ້ອມ ໂດຍສຸມໃສ່ສ້າງແຜນຄຸ້ມຄອງສິ່ງແວດ ລ້ອມແບບຮອບດ້ານ ແລະ ທົດລອງປະເມີນສິ່ງແວດລ້ອມແບບຍຸດທະສາດ.