ກອງປະຊຸມເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກອງທະຫານຢູ່ພາກກາງ (ແຂວງວຽງຈັນ),

Jul 7, 2017 | news

ວັນທີ 16ມິຖຸນາ 2017 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແລະ ສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານພາກກາງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນທີ່ ສະໂມສອນກອງບັນຊາການທະຫານແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ພັ.ອ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໂດຍເປັນກຽດເປັນປະທານຮ່ວມຂອງ ສະຫາຍ ພົ.ວ ສີດາລໍ່ ຈົງເຕັງເຈຍຊ່າ ຄະນະກໍາມະການປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ ແລະ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ. ກອງປະຊຸມຄັ້ງນີ້ມີແຂກເຂົ້າຮ່ວມ ທີ່ມາຈາກກອງບັນຊາການທະຫານແຂວງວຽງຈັນ ແລະ ກອງບັນຊາການທະຫານເມືອງ 11 ເມືອງທີ່ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ, ກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ຫ້ອງຄົ້ນຄວ້າວິທະຍາສາດ-ປະຫວັດສາດ ວິທະ ຍາຄານປ້ອງກັນຊາດໄກສອນພົມວິຫານ, ວິທະຍາຄານພະລາທິການກອງທັບ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານກົມມະດຳ, ວິທະຍາຄານການແພດກອງທັບ, ກອງພົນທະຫານຮາບທີ1, ກອງພັນໃຫ່ຍ 643, ກອງພັນ ໃຫ່ຍ 642, ສະຖາບັນກັນພະຍາດກອງທັບ, ກົມອຸດສາຫະກຳ, ກົມໂຄສະນາອົບຮົມ, ໂຮງໝໍ 103, ໂຮງງານອໍໍ 410, ໂຮງງານເກີບທັນວາ ລວມມີ 28 ຫົວໜ່ວຍ ແລະ ລວມທັງໝົດ 151 ສະຫາຍ.
ກອປະຊຸມຈັດຂຶ້ນໄດ້ພ້ອມກັນຮັບຟັງການເຊື່ອມຊຶມ ເນື້ອໃນ ຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ການທະຫານ ປີ 2013 ເຊິ່ງມີ 7 ພາກ, 9ໝວດ, 66 ມາດຕາ ເຊິ່ງໄດ້ກຳນົດພາລະບົດບາດ, ໜ້າທີ່, ບັນດາກິດຈະກຳ, ລະບຽບຫຼັກການ ແລະ ວິທີການຄຸ້ມຄອງສິ່ງແວດລ້ອມໃນກອງທັບ ແລະ ເຜີຍແຜ່ແຜນດຳເນີນງານສິ່ງແວດລ້ອມໃນກອງທັບປະຊາຊົນລາວ 5 ປີ ຄັ້ງທີ II ຈາກ ສະຫາຍ ພັ.ທ ຄຳໄຊ ຊະນີແກ້ວຮອງຫົວໜ້າພະແນກວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ເພື່ອເປັນທິດຊີ້ນຳໃຫ້ແກ່ບັນດາພາກສ່ວນຫົວໜ່ວຍທີ່ເຂົ້າຮ່ວມນຳໄປຈັດຕັ້ງປະຕິບັດພ້ອມກັນຜັນຂະຫຍາຍໃຫ້ກົມກອງຂອງຕົນ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງໄດ້ມີການປະກອບຄຳຄິດເຫັນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງແຕ່ລະກົມກອງ ເພື່ອຖອດຖອນບົດຮຽນແລກປ່ຽນຄວາມຄິດເຫັນ ແລະ ຫາວິທີແກ້ໄຂຮ່ວມກັນ, ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງພະນັກງານນັກຮົບພາຍໃນກົມກອງມີສຸຂະພາບທີ່ແຂງແຮງ ປາສະຈາກສານພິດ, ສານເຄມີ ແລະ ກິ່ນເໝັນຈາກການຖິ້ມຂີ້ເຫຍື້ອຕ່າງໆ ພ້ອມທັງສ້າງຄ້າຍຄູສີຂຽວ, ຮັກສາສິ່ງແວດລ້ອມເຂດກົມກອງ, ເຂດຍຸດທະສາດ ແລະ ສິ່ງແວດລ້ອມເຂດໃກ້ຄຽງຈາກທີ່ເປັນຢູ່ໃຫ້ດີຂຶ້ນເລື້ອຍໆ ພ້ອມການພັດທະນາເສດຖະກິດ-ສັງຄົມ ໃຫ້ຄຽງຄູ່ກັບການປົກປັກຮັກສາສີ່ງແວດລ້ອມແບບຍືນຍົງ.

[metaslider id=778]