ກອງທຶນປົກປັກຮັກສາສິ່ງແວດລ້ອມເຂົ້າຮ່ວມງານວາງສະແດງເນື່ອງໃນວັນສິ່ງແວດລ້ອມໂລກ ແລະ ແຫ່ງຊາດ ວັນທີ 5 ມິຖຸນາ 2018 ທີ່ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ

Jun 12, 2018 | news

ເພື່ອເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ແຫ່ງຊາດ ວັນທີ 5 ມິຖຸນາ 2018 ທາງຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກໍາການວາງສະແດງກ່ຽວກັບການອະນຸລັກທໍາມະຊາດ ແລະ ປັກປັກຮັກສາສິ່ງແວດລ້ອມ, ເຊິ່ງໃນນັ້ນຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ກໍ່ໄດ້ເຂົ້າຮ່ວມການວາງສະແດງຜົນງານກ່ຽວກັບວຽກງານການປົກປັກຮັກສາສິ່ງແວດລ້ອມໂດຍຜ່ານເຄື່ອງມືໂຄສະນາຕ່າງໆເຊັ່ນ: ແຈກຢາຍເອກະສານ, ປື້ມບົດລາຍງານ,ແຜ່ນພັບ,ໂປສເຕີ້ ແລະ ອື່ນໆ ເພື່ອເປັນການໂຄນະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ບັນດາແຂກພາຍໃນງານ ໂດຍສະເພາະແມ່ນນ້ອງໆນັກສຶກສາໃຫ້ເຂົ້າໃຈກ່ຽວກັບວຽກງານການປົກປັກຮັກສາສິ່ງແວດລ້ອມ. ນອກນີ້ ຄະນະວິທະຍາສາດສິ່ງແວດລ້ອມ, ມຊ ແມ່ນໜຶ່ງໃນ 36 ໂຄງການ ຂອງ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປລາວ ໄລຍະ2 ທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອໄປຈັດຕັ້ງປະຕິບັດວຽກງານຄວາມອາດສາມາດໃນການປະເມີນຜົນກະທົບທາງສິ່ງແວດລ້ອມໃຫ້ແກ່ຄະນະວິທະຍາສາດສິ່ງແວດລ້ອມ ທີ່ປະກອບສ່ວນເຂົ້າໃນວຽກງານປັກປັກຮັກສາສິ່ງແວດລ້ອມຕາມທິດ “ ຂຽວ ສະອາດ ງາມຕາ “
[Best_Wordpress_Gallery id=”9″ gal_title=”ວັນສິ່ງແວດລ້ອມ”]