ພິທີເປີດ ໂຄງການສ້າງໂຮງຮຽນປະຖົມສົມບູນຮ່ອງໄກ່ແກ້ວໃຫ້ເປັນໂຮງຮຽນສີຂຽວ ແລະ ງາມຕາ

Jul 30, 2018 | news

ໃນຕອນເຊົ້າຂອງ ວັນທີ 24 ກໍລະກົດ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດພິທີເປີດ ໂຄງການສ້າງໂຮງຮຽນປະຖົມສົມບູນຮ່ອງໄກ່ແກ້ວໃຫ້ເປັນໂຮງຮຽນສີຂຽວ ແລະ ງາມຕາ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກປສ, ທ່ານ ບຸນເຖິງ ສຸວັນນະສິນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຈັນທະບູລີ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈັນທະບູລີ ແລະ ທ່ານ ວິໄລ ວົງໄຊ ເລຂາພັກບ້ານ, ນາຍບ້ານ ຮ່ອງໄກ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 30 ຄົນ.

ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຈາກ ກປສ ເຊິ່ງມີມູນຄ່າລວມທັງໝົດແມ່ນ  63,630,000 ລ້ານກີບ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານປູກຈິດສໍານຶກໃຫ້ນັກຮຽນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮັກສາສິ່ງແວດລ້ອມ ໃຫ້ເປັນສີຂຽວ, ສະອາດ-ງາມຕາ ​ແລະ ​ໃຫ້​ມີ​ຄວາມ​ຢືນ​ຍົງ ໂດຍວາງຄາດໝາຍຜົນໄດ້ຮັບຂອງໂຄງການດັ່ງນີ້:

  • ນັກຮຽນ,ປະຊາຊົນພາຍ​ໃນບ້ານ ​ແລະ ເທດສະບານເມືອງຢ່າງນ້ອຍໃຫ້ໄດ້ 70% ມີຄວາມເຂົ້າໃຈ ຕໍ່ກັບວຽກປົກປັກຮັກສາ ແລະ ການຄຸ້ມຄອງສິ່ງແວດລ້ອມ
  • ລົງຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການ ເປັນແຕ່ລະໄລຍະລວມ 3 ຄັ້ງ.
  • ຈັດກອງປະຊຸມສະຫຼຸບຕີລາຄາ ແລະ ປະເມີນໂຄງການ  2 ຄັ້ງ ແລະ ສ້າງບົດລາຍງານການຈັດຕັ້ງປະຕິບັດໂຄງການ 2 ຄັ້ງ ຕໍ່ປີ