ພິທີເຊັນສັນຍາໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ຄສລ2

Dec 25, 2018 | news

ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໂດຍຜ່ານໂຄງການ ຄສລ2 ແລະ ຜູ້ຮັບທຶນຈາກ ກົມແຜນການ ແລະ ການຮ່ວມມື, ສະຖາບັນຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການເງິນ, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ລວມທງໝົດ  5 ໂຄງການ  ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 21 ທັນວາ 2018 ເຊິ່ງຈັດຂື້ນທີ່ໂຮງແຮມວຽງຈັນພາຊ່າ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານທ່ານ ປອ ໄຊນະຄອນ ອິນທະວົງ,  ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການສໍາລັບໂຄງກາານ ຄສລ2 ພ້ອມດ້ວຍຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2, ບັນດາຫົວໜ້າກົມ ແລະ ຮອງກົມຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະທີມງານຈາກທະນາຄານໂລກ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງ​ໝົດ​ປະມານ 44 ທ່ານ.

ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້​ກຽດ​ລົງ​ນາມ​​ເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກອງ​ທຶນປົກປັກຮັກສາ​ສິ່ງ​ແວດ​ລ້ອມ (ຕາງໜ້າຜູ້​ໃຫ້​ທຶນ) ​ແລະ ຜູ້ຕາງໜ້າຈາກ 5 ໂຄງການ ທີ່ໄດ້ຮັບທຶນ ຄື:

  1. ໂຄງການ ສ້າງຄວາມເຂັ້ມແຂງ ໃນການວາງແຜນ ແລະ ປະສານງານ ໃນຂະແໜງ ຊສ ພາກເພີ້ມງົບປະມານຂອງ ກົມແຜນການ ແລະ ການຮ່ວມມື ກຊສ
  2. ໂຄງການ ສ້າງ​ຄວາມ​ເຂັ້ມ​ແຂງ​ຂະ​ແໜງ ​ຊສ ​ໃນ​ການຕິດຕາມ​ວິ​ໄຈ​ຄຸນ​ນະ​ພາບ​ອາ​ກາດ ແລະ ສຽງ ແລະ ການ​ນໍາ​ໃຊ້ຊັບ​ພະ​ຍາ​ກອນ​​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ກາ​ນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມໃນ​ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫລືອ ​ສຳ​ລັບ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ ພາກເພີ້ມງົບປະມານຂອງ ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກຊສ
  3. ໂຄງການສ້າງຄວາມເຂັ້ມແຂງ ດ້ານການວາງແຜນ, ການປະສານງານ, ການຕິດຕາມ ແລະ ປະເມີນຜົນ ຂອງໂຄງການລົງທຶນໃນຂະແໜງກະສິກຳ ແລະ ປ່າໄມ້ ໂດຍສຸມໃສ່ໂຄງການທີ່ນອນໃນ ໂຄງການຫລັກ ຄສລ2 ຂອງ ກົມແຜນການ ແລະ ການເງິນ, ກະຊວງ   ກະສິກໍາ ແລະ ປ່າໄມ້
  4. ໂຄງການ ສ້າງຄວາມສາມາດດ້ານການຈັດຕັ້ງ ເພື່ອການຄຸ້ມຄອງປ່າສະຫງວນ ແລະ ອະນຸລັກສັດປ່າ PICE-LENS2-001 ຂອງ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້
  5. ໂຄງການເສີມສ້າງຄວາມສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນໍ້າແອດ – ພູເລີຍ CBI-LENS2-020 ຂອງ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້

ມູນຄ່າລວມທັງໝົດ ທັງ 5 ໂຄງການ ແມ່ນ 3,805,320 ໂດລາສະຫະລັດ ເຊິ່ງໂຄງການດັ່ງກ່າວທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ວາງໄວ້ ເພື່ອແນ່ໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະຕິບັດຕາມພັນທະ ແລະ ພາລະບົດບາດຂອງຕົນ ຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ ແລະ ສັງຄົມ 5 ປີ ຄັ້ງທີ 8 ໄປຕາມທິດສີຂຽວ ແລະ ຍືນຍົງ.

[Best_Wordpress_Gallery id=”35″ gal_title=”ພິທີເຊັນ211218″]