ພິທີເຊັນສັນຍາສະໜອງທຶນໃຫ້ 2 ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ມະຫາວິທະຍາໄລແຫ່ງຊາດ

Apr 29, 2019 | news

ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ລວມທັງໝົດ 2 ໂຄງການ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 26 ເມສາ 2019 ເຊິ່ງຈັດຂື້ນທີ່ໂຮງແຮມວຽງຈັນພາຊ່າ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ທ່ານ ພູວົງ ຫຼວງໄຊຊະນະ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ, ຫົວໜ້າພະແນກ ຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ຮອງອະທິການບໍດີ, ຄະນະບໍດີ ຈາກມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 43 ທ່ານ.
ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 2 ໂຄງການ ທີ່ໄດ້ຮັບທຶນ ຄື:
1. ໂຄງການ ປູກຕົ້ນໄມ້ເພື່ອຟື້ນຟູສວນພຶກສາສາດ ຫວ້ຍຍາງ-ດົງໜາກຄາຍ, ມູນຄ່າໂຄງການ 1,640,000,000 ກີບ ( ນຶ່ງຕື້ ຫົກຮ້ອຍ ສີ່ສິບ ລ້ານກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການແມ່ນ 4 ປີ (26 ເມສາ 2019 ຫາ 25 ເມສາ 2023), ທີ່ຕັ້ງຂອງໂຄງການແມ່ນຢູ່ເຂດປ່າສະຫງວນຫ້ວຍຍາງ-ດົງໝາກຄາຍ ມີເນື້ອທີປະມານ 136 ເຮັກຕາຍາວລຽບຕາມແຄມເສັ້ນທງ ເລກທີ 10 ລະຫວ່າງ ບ້ານດອນໜູນ, ຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ຈຸດປະສົງຂອງໂຄງການແມ່ນເພື່ອປະກອບສ່ວນຟື້ນຟູສະພາບປ່າໄມ້ຢູ່ໃນສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ໃຫ້ມີຄວາມດົກໜາ ແລະ ອຸດົມສົມບູນ ໄປດ້ວຍຊະນິດພັນໄມ້ພື້ນເມືອງ ແລະ ພັນໄມ້ຕ່າງປະເທດນາໆຊະນິດ ແນ່ໃສ່ເຮັດໃຫ້ສວນພຶກສາສາດແຫ່ງນີ້ກາຍເປັນສະຖານທີ່ສຶກສາຄົ້ນຄ້ວາ ດ້ານປ່າໄມ້, ເປັນແຫລ່ງແນວພັນໄມ້, ເປັນສະຖານທີ່ພັກຜ່ອນ. ແລະ ເພື່ອປູກ ແລະ ບົວລະບັດຮັກສາຕົ້ນໄມ້ຊະນິດພັນເມືອງທີ່ມີຄຸນຄ່າຫາຍາກ ຢູ່ໃນເນື້ອທີ່ຂອງສວນພຶກສາສາດຫວ້ຍຍາງ-ດົງໝາກຄາຍ ໃຫ້ລອດຕາຍ ແລະ ຈະເລີນງອກງາມ ກາຍເປັນປ່າໄມ້ດົກໜາໃນກະນາຄົດ;
2. ໂຄງການພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ, ມູນຄ່າໂຄງການ 839,089,600 ກີບ (ແປດຮ້ອຍສາມສິບເກົ້າລ້ານແປດສິບເກົ້າພັນຫົກຮ້ອຍກີບ), ໄລຍະການຈັດຕັ້ງປະຕິບັດ 2 ປີ (26 ເມສາ 2019 ຫາ 25 ເມສາ 2021), ທີ່ຕັ້ງຂອງໂຄງການແມ່ນປ່າສະຫງວນຫ້ວຍຍາງ-ດົງໝາກຄາຍ ເນື້ອທີ່ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ 80 ເຮັກຕາ, ຈັດຕັ້ງປະຕິບັດໂດຍ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ຈຸດປະສົງຂອງໂຄງການເພື່ອຟື້ນຟູ ແລະ ປູກຄືນ ໃນພື້ນທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໃຫ້ມີຄວາມອຸດົມສົມບູນໄປດ້ວຍ ພືດພັນໄມ້ລາກຫຼາຍຊະນິດພື້ນເມືອງ, ການປົກປັກຮັກສາຊະນິດພັນພືດ, ການສຶກສາ, ການຄົ້ນຄວ້າ ໃນລະດັບຊະນິດພັນ ຈົນໄປເຖິງ ລະດັບສັງຄົມພືດ, ລະບົບນິເວດ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະເທດຊາດ. ນອກນັ້ນສ້າງໃຫ້ ເປັນສະຖານທີ່ຝຶກ, ທົດລອງ, ຄົ້ນຄ້ວາ, ສາທິດ ກ່ຽວກັບວິຊາຕ່າງໆຂອງຫຼັກສູດທີ່ກ່ຽວຂ້ອງໃນຄະນະວິທະຍາສາດປ່າໄມ້ ແລະ ຄະນະວິຊາຕ່າງໆໃນມະຫາວິທະຍາໄລແຫ່ງຊາດ ເປັນບ່ອນສາທິດ ເປັນບ່ອນຜັກຜ່ອນຍ່ອນໃຈ ເປັນການປຸກຈິດສໍານຶກ ໃຫ້ແກ່ຄົນຮຸ່ນຫລັງ ເວົ້າລວມ ເວົ້າສະເພາະ ນັກຮຽນ, ນັກສຶກສາ ໃນລະດັບຕ່າງໆໃນທົ່ວປະເທດ ເຫັນໄດ້ຄວາມສໍາຄັນ ຂອງການອະນຸຮັກ ຊັບພະຍາກອນປ່າໄມ້, ພູມປັນຍາທ້ອງຖິ່ນ, ວິຖີຊີວິດແບບດັ້ງເດີມ.
ມູນຄ່າລວມທັງໝົດ ທັງ 2 ໂຄງການ ແມ່ນ 2,479,089,600 ກີບ ເຊິ່ງໂຄງການດັ່ງກ່າວທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ວາງໄວ້ ເພື່ອໄປຟື້ນຟູ ແລະ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ທັງໝົດນີ້ກໍ່ເພື່ອແນ່ໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ທັງເປັນການປະຕິບັດຕາມພັນທະ ແລະ ພາລະບົດບາດຂອງຕົນ ຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານ ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ ແລະ ສັງຄົມ 5 ປີ ຄັ້ງທີ 8 ໄປຕາມທິດສີຂຽວ ແລະ ຍືນຍົງ.
[Best_Wordpress_Gallery id=”45″ gal_title=”contract-vt”]