ກິດຈະກຳເກັບຂີ້ເຫຍື້ອ ເພື່ອຮັກສາຄວາມສະອາດ ເນື່ອງໃນວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ທີ 5 ມິຖຸນາ 2019 ທີ່່ເດີ່ນພະທາດຫຼວງວຽງຈັນ

May 29, 2019 | news

ໃນຕອນແລງ ວັນທີ 27 ພຶດສະພາ 2019 ກອງທຶນປົກປັກຮັກສາສິ່ງແວດລ້ອມ ຮ່ວມກັບ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ພ້ອມດ້ວຍ ສະຖາວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີວິທະຍຸ-ໂທລະພາບ ນະຄອນຫຼວງວຽງຈັນ ແລະ ສະຖານີວິທະຍຸຊາວໜຸ່ມລາວ ສິນໄຊຍຸກໃໝ່ ໄດ້ຈັດກິດຈະກໍາ ເກັບຂີ້ເຫຍື້ອເພື່ອຮັກສາຄວາມສະອາດ ເນື່ອງໃນວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2019, ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ໂລນຄໍາ ອາດສະນາວົງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ, ທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພ້ວມດ້ວຍພະນັກງານວິຊາການຈາກ 3 ພາກສ່ວນດັ່ງກ່າວ, ບັນດານ້ອງໆນັກຮຽນ ແລະ ພໍ່ແມ່ປະຊາຊົນ ລວມທັງໝົດ 184 ທ່ານ.
ຈຸດປະສົງແມ່ນເພື່ອເປັນການປຸກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ເພື່ອເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກວັນທີ 5 ມິຖຸນາ ທີ່ຈະມາເຖິງໃນໄວໆນີ້. ກິດຈະກຳໃນມື້ນີ້ ແມ່ນການຮ່ວມມື, ປະສານສົມທົບ ແລະ ເຮັດວຽກຮ່ວມກັນກັບຫຼາຍພາກສ່ວນ ເພື່ອໃຫ້ເກີດຂະບວນການ ໃນການປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການປຸກຈິດສຳນຶກ ຫັນມາຮ່ວມມື ໃນການຊອກວິທີທາງແກ້ໄຂຮ່ວມກັນ.
ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ກ່າວວ່າ: “ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ໃນປີ 1972 ແລະ ໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ເຊິ່ງເລີ້ມຈາກປີດັ່ງກ່າວ ເປັນເວລາ 47 ປີ ມາເຖິງປະຈຸບັນ. ສປປ ລາວ ກໍ່ໄດ້ຖືເອົາວຽກງານປົກປັກຮັກສາສິ່ງແວດລ້ອມເປັນວຽກງານບູລິມະສິດລະດັບຊາດ ແລະ ໄດ້ລະບຸໃນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ມາດຕາທີ 89 ສປປ ລາວ ຖືເອົາວັນທີ 5 ມິຖຸນາເປັນວັນສິ່ງແວດລ້ອມແຫ່ງຊາດ.
ຄໍາຂວັນ ແລະ ຫົວຂໍ້ຂອງວັນສິ່ງແວດລ້ອມໂລກຈະແຕກຕ່າງກັນ ເຊິ່ງປີນີ້ແມ່ນ Air Pollution (ມົນລະພິດທາງອາກາດ). ໃນແຕ່ລະປີ ປະມານ 7 ລ້ານຄົນທົ່ວໂລກ ເສຍຊີວິດກ່ອນກຳນົດ ເນື່ອງຈາກມົນລະພິດທາງອາກາດ, ໃນນັ້ນ 4 ລ້ານຄົນແມ່ນຢູ່ໃນເຂດອາຊີປາຊີຟິກ. ວັນສິ່ງແວດລ້ອມໂລກປີ 2019 ນີ້ແມ່ນຈະຜັກດັນໃຫ້ພາກສ່ວນລັດຖະບານ, ພາກສ່ວນອຸດສາຫະກຳ, ຊຸມຊົນ ແລະ ບຸກຄົນ ຫັນມາຮ່ວມມື ເພື່ອປັບປຸງຄຸນນະພາບຂອງອາກາດໃນຕົວເມືອງ ແລະ ໃນພາກພື້ນ ເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນ. ໃນປີນີ້ ສປປ ຈີນ ໄດ້ຖືກຄັດເລືອກເປັນເຈົ້າພາບໃນການຈັດການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ປີ 2019 ແລະ ຈະເປັນຜູ້ນໍາໃນການແກ້ໄຂບັນຫາ ພ້ອມທັງຫຼຸດຜ່ອນມົນລະພິດທາງອາກາດ.
ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເຫັນໄດ້ຄວາມສຳຄັນ ແລະ ຊ່ວຍສະໜັບສະໜູນຫຼາຍຮ້ອຍໂຄງການ ແລະ ກິດຈະກຳໃນການປົກປັກຮັກສາສິ່ງແວດລ້ອມໃນໄລຍະ 10 ປີຜ່ານມາ. ພວກເຮົາສຸມໃສ່ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງ, ໂຄງການສົ່ງເສີມຊຸມຊົນ ແລະ ການປົກປັກຮັກສາປ່າສະຫງວນໃນທົ່ວປະເທດ ເຊິ່ງລວມເອົາໂຄງການລະດັບຊຸມຊົນຈົນເຖິງຂັ້ນສູນກາງ. ກິດຈະກຳໃນມື້ນີ້ ກໍ່ແມ່ນໜື່ງໃນກິດຈະກຳທີ່ພວກເຮົາໄດ້ສະໜັບສະໜູນທາງດ້ານງົບປະມານ ເພື່ອໃຫ້ມີການຮ່ວມມືຈາກຫລາຍພາກສ່ວນ ແລະ ເປັນການເປີດກວ້າງຕໍ່ມວນຊົນ ໃຫ້ເຫັນເຖິງຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມ. ນອກນີ້, ຍັງເປັນການຮ່ວມມືກັບພາກສ່ວນວິທະຍຸ, ໜັງສືພິມ, ໂທລະພາບ ຖືໄດ້ວ່າເປັນການຮວມໂຕຂອງສື່ມວນຊົນຄັ້ງສຳຄັນ ໃນການເຮັດກິດຈະກຳເພື່ອສັງຄົມ ແລະ ສິ່ງແວດລ້ອມ. ທີ່ສຳຄັນແມ່ນການປະສານສົມທົບ ແລະ ຮ່ວມມືກັບກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ທີ່ເປັນຜູ້ນໍາພາຫລັກໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ.
ການຮ່ວມມືຈາກຫຼາຍພາກສ່ວນໃນຄັ້ງນີ້ ຈະເຮັດໃຫ້ສັງຄົມເຫັນໄດ້ເຖິງຄວາມສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດ, ຫຼຸດຜ່ອນການໃຊ້ປຼາສະຕິກ ແລະ ປຸກຈິດສຳນຶກຂອງທຸກຄົນ ໃຫ້ພ້ອມກັນຮ່ວມມື ແລະ ເລີ້ມການປົກປັກຮັກສາສິ່ງແວດລ້ອມ ນັບແຕ່ຕອນນີ້ ມື້ນີ້ ເພາະພວກເຮົາບໍ່ສາມາດລໍຖ້າ ມົນລະພິດມາທຳລາຍຊີວິດລູກຫຼານ ຍາດພີ່ນ້ອງ ໝູ່ຄູ່ ຂອງພວກເຮົາໄດ້. ກິດຈະກຳໃນມື້ນີ້ ຈະບໍ່ແມ່ນກິດຈະກຳສຸດທ້າຍ ແຕ່ພວກເຮົາຈະຍັງສືບຕໍ່ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ໃນການຮ່ວມມື ຮ່ວມແຮງຮ່ວມໃຈ ໃນການເຮັດກິດຈະກຳເພື່ອສັງຄົມ, ເພື່ອສິ່ງແວດລ້ອມ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໄວ້ໃຫ້ຍືນຍົງ”.
ກິດຈະກໍາດັ່ງກ່າວນີ້ ໄດ້ຮັບຄວາມສົນໃຈຈາກມວນຊົນ ລວມທັງກຸ່ມອາສາສະໝັກກໍ່ໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ ເຊິ່ງເປັນຕົວຊີ້ວັດໃນການປູກຈິດສໍານຶກ ແລະ ເຫັນໄດ້ ເຖິງຄວາມສໍາຄັນໃນການປົກປັກຮັກສາສິ່ງແວດລ້ອມ.
[Best_Wordpress_Gallery id=”49″ gal_title=”ກິດຈະກຳເກັບຂີ້ເຫຍື້ອ”]