Fund Raising

ການລະດົມທຶນ

ແຜນການລະດົມທຶນ ແລະ ການສື່ສານ ຮອປີ 2020 ໄດ້ພັດທະນາຂຶ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ 2030 ຂອງ ກປສ “ກປສ ເປັນສະຖາບັນການເງິນ ທີ່ເຂັ້ມແຂງ, ມີພະນັກງານ ທີ່ມີປະສົບການສູງ ເປັນທີ່ຍອມຮັບໄດ້ ທັງພາຍໃນ ແລະ ສາກົນ, ມີກົນໄກຄຸ້ມຄອງ ດ້ານການເງິນ ແລະ ສະຫນອງທຶນ ທີ່ມີປະສິດທິຜົນ ແລະ ແບບຍືນຍົງ ເຂົ້າໃນວຽກງານ ການຄຸ້ມ ຄອງ ຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແນໃສ່ການປະກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ”,ໂດຍສະເພາະ ມີຈຸດສຸມ ຈັດຕັ້ງປະຕິບັດ ເປົ້າຫມາຍ ສະເພາະ 2: “ມີແຫຼ່ງລາຍຮັບທີ່ຍືນຍົງ ແລະ ເຊື່ອມໂຍງກັບ ເຄືອຂ່າຍໃນລະດັບຊາດ, ອະນຸພາກພື້ນ ແລະ ສາກົນ” ແລະ ຈັດ ຕັ້ງປະຕິບດ ຍຸດທະສາດ ທີ 2 ແລະ 3 ຂອງຍຸດທະສາດ ຮອປີ 2025 ຂອງ ກປສ ຄື: ປັບປຸງ ກົນໄກລະດົມທຶນ ແລະ ສະ ຫນອງທຶນ ຂອງ ກປສ ທີ່ຍືນຍົງ ແລະ ປັບປຸງຂອດການຮ່ວມມື ແລະ ການຫັນເປັນຄູ່ຮ່ວມງານ ຕິດພັນກັບການຈັດຕັ້ງ ປະຕິບັດ ກົດຫມາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ 2012, ດໍາລັດ ວ່າດ້ວຍ ກອງທຶນປົກປັກ ຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ 2017 ແລະ ກົດຫມາຍອື່ນໆ ທີ່ກ່ຽວຂ້ອງ.

ແຜນການລະດົມທຶນ ແລະ ການສື່ສານຮອດປິ 2020