Funding

ການສະໜອງທຶນ

ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງກອງທຶນປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 02/ກປສ.ສພ, ລົງວັນທີ 09 ກຸມພາ 2021 (ມາດຕາ 36) ກປສ ສະໜອງທຶນໃນຮູບແບບງົບປະມານ ຊຶ່ງລາຍລະອຽດການສະ ໜອງທຶນແຕ່ລະຮູບແບບສອດຄ່ອງກັບກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກປສ ສາມາດໃຫ້ການຊ່ວຍເຫຼືອກອງທຶນອື່ນຂອງລັດ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໃນຖານະເປັນກອງທຶນຍ່ອຍ ໃນຮ່ວງທຶນ ກປສ ໃດໜຶ່ງຕາມການເຫັນດີ ຂອງທັງສອງຝ່າຍ ລະຫວ່າງ ກປສ ກັບ ອົງການສະໜອງທຶນ.

ການສະໜອງທຶນ ຕ້ອງຮັບປະກັນໃຫ້ສອດຄ່ອງກັບ ຂົງເຂດບູລິມະສິດການສະໜອງທຶນ ຂອງ ກປສ, ສອດ ຄ່ອງກັບ ກົດໝາຍ, ວິໄສທັດ, ຍຸດທະສາດ ແລະ ແຜນບູລິມະສິດຂອງຊາດ, ຂອງ ກປສ ພ້ອມທັງ ສອດຄ່ອງກັບສະພາບບັນຫາສິ່ງແວດລ້ອມຕົວຈິງທີ່ຕ້ອງການແກ້ໄຂ, ແນວທາງນະໂຍບາຍ ແລະ ມາດຕະການໃນການຈັດຕັ້ງປະ ຕິບັດວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ຮ່ວງທຶນ

ຂົງເຂດບູລິມະສິດ ແລະ ຂະໜາດໂຄງການ

ຂົງເຂດ ຫຼື ບັນດາກິດຈະກຳບູລິມະສິດທີ່ ກປສ ໃຫ້ການສະໜອງທຶນ ມີດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ ໃນການຕິດຕາມກວດກາ ດ້ານສິ່ງແວດລ້ອມ ແລະ ສັງຄົມ, ການສຳຫຼວດ, ຂຶ້ນບັນຊີ ແລະ ປະເມີນມູນຄ່າທາງດ້ານເສດຖະກິດຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສ້າງຄວາມສາມາດໃຫ້ແກ່ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນັບແຕ່ສູນກາງຮອດທ້ອງຖິ່ນ, ວຽກງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ;

2. ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ຕິດພັນກັບການປັບປຸງສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງຊຸມຊົນ;

3. ການຄຸ້ມຄອງ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ລວມທັງການກຳຈັດສິ່ງເສດເຫຼືອ, ຄວບຄຸມມົນລະພິດທາງນໍ້າ, ດິນ, ອາກາດ, ສຽງ, ຄຸ້ມຄອງສານເຄມີທີ່ເປັນອັນຕະລາຍເປັນຕົ້ນ ຢາປາບສັດຕູພືດ, ຢາຂ້າຫຍ້າ;

4. ການຄຸ້ມຄອງອ່າງຮັບນໍ້າ ແບບເຊື່ອມສານ, ທີ່່ດິນບໍລິເວນນໍ້າ, ນໍ້າໃຕ້ດິນ ແລະ ການບໍລິຫານຈັດການນໍ້າ ເພື່ອການຜະລິດໄຟຟ້າ, ກະສິກໍາ, ການປະມົງ ແລະ ອື່ນໆ;

5. ສ້າງແຜນຈັດສັນ ແລະ ແຜນການນໍາໃຊ້ທີ່ດິນ, ການຂຶ້ນທະບຽນອອກໃບຕາດິນ ແລະ ການປະເມີນລາຄາທີ່ດິນ;

6. ການຫຼຸດຜ່ອນ ແລະ ແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ການປ້ອງກັນຄວາມສ່ຽງໄພພິບັດທາງທຳມະຊາດ.

ນະໂຍບາຍການສະໜອງທຶນພາຍໃນ