Funding Sources

EPF Funding Sources

ກປສ ຈັດຕັ້ງປະຕິບັດ ກົນໄກສ້າງລາຍຮັບ ຕາມມາດຕາ 5 ຂອງດໍາລັດ ກປສ ສະບັບເລກທີ 94/ ລບ,

ລົງວັນທີ 8 ມີນາ 2017 ຊຶ່ງໃນນັ້ນ ໄດ້ລະບຸແຫຼ່ງລາຍຮັບຕົ້ນຕໍ ຂອງ ກປສ ມີ 8 ແຫຼ່ງ ຄື:

  • 1

    ງົບປະມານຂອງລັດ

  • 2

    ການປະກອບສ່ວນ ຕາມພັນທະໃນການປົກປັກຮັກສາສິ່ງ ແວດລ້ອມ ຕາມສັນຍາສໍາປະທານ ຂອງໂຄງການລົງທຶນຕ່າງໆ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍ ອື່ນທີ່ກ່ຽວຂ້ອງ

  • 3

    ການຊ່ວຍເຫຼືອ ຈາກອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງ ປະເທດ

  • 4

    ການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ

  • 5

    ດອກເບ້ຍ ແລະ ຜົນກຳໄລ ທີ່ເກີດຈາກການລົງທຶນ ຂອງ ກປສ ເອງ, ລວມທັງຈາກຕົ້ນທຶນ ຂອງ ກປສ ທີ່ນໍາໄປຝາກໃນທະນະຄານ

  • 6

    ຄ່າບູລະນະຟື້ນຟູ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈາກໂຄງການ ແລະ ກິດຈະການຕ່າງໆ

  • 7

    ຄ່າບໍລິການລະບົບນິເວດ

  • 8

    ຄ່າປັບໃໝ ແລະ ຄ່າທົດແທນຄວາມເສຍຫາຍຕໍ່ສິ່ງແວດລ້ອມ