Meeting on National Dialogue

Feb 12, 2019 | news, Popular Post

ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມ ສຳລັບກອງທຶນສິ່ງແວດລ້ອມໂລກ (GEF)  ແລະ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF)

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃນນາມຈຸດປະສານງານ ຕໍ່ກອງທຶນສິ່ງແວດລ້ອມໂລກ (Global Environment Facility) ແລະ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ (Green Climate Fund) ໄດ້ຮ່ວມກັບ ກອງເລຂາ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ ຈັດ ກອງປະຊຸມປຶກສາຫາລື ລະດັບຊາດ ກ່ຽວກັບ ວຽກງານຈຸດສຸມ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ ໃນລະຫວາ່າງ ວັນທີ 12-14 ກຸມພາ 2019 ທີ່ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານ ທ່ານ ນາງບຸນຄໍາ ວໍລະຈິດ, ຮອງລັດຖະມົນຕີ ກຊສ,  ຜູ້ປະສານງານແຫ່ງຊາດ ລະດັບຜູ້ຕັດສິນຕໍ່ ກອງທຶນສິ່ງແວດລ້ອມໂລກ ແລະ ຜູ້ຊີ້ນໍາ ກອງທຶນສີຂຽວ ດ້ານການປ່ຽນແງດິນຟ້າອາກາດ. ຜູ້ແທນ ກອງປະຊຸມ ມາຈາກ ກອງເລຂາ ທັງ 2 ກອງທຶນ, ຈາກຄະນະກໍາມະການພິຈາລະນາໂຄງການຂະໜາດນ້ອຍພາຍໃຕ້ ກອງທຶນ ສິ່ງແວດລ້ອມໂລກ, ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມງານ ແລະ ອົງການຈັດຕັ້ງສາກົນ ລວມທັງໝົດ 130 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ສ້າງຄວາມເຂົ້າໃຈ ຢ່າງເລີກເຊີ່ງ ຕໍ່ 2 ກອງທຶນດັ່ງກ່າວ ແລະ ເປັນເທີ ປຶກສາຫາລື ກໍານົດບູລິມະສິດ ແຫ່ງຊາດ ເພື່ອເປັນທິດທາງໃນການ ຍາດແຍ່ງ ກໍ່ໃຫ້ເກີດຜົນປະໂຫຍດສູງສຸດ ຈາກ ສອງກອງທຶນ ເພື່ອຮັບປະກັນ ການເຄື່ອນໄຫວ ວຽກງານ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານປັບຕົວເຂົ້າກັບ ສະພາບການປ່ຽນແປງດິນຟ້າອາກາດ  ຢູ່ ສປປ ລາວ ໃຫ້ມີປະສິດທິຜົນສູງຂື້ນກ່ວາເກົ່າ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນ ພາຍໃນ 3 ວັນ ແລະ ສີ້ນສຸດ ລົງໃນວັນທີ 14 ກຸມພາ 2019.

[Best_Wordpress_Gallery id=”41″ gal_title=”dialogue2″]