ກອງປະຊຸມກວດນັບຊັບສິນໂຄງການ ພຊສ ແຂວງ ວຈ ຫຼພບ ຊຂ ຫພ

May 5, 2022 | News

ໃນລະຫວ່າງ ວັນທີ 27 ເມສາ – 4 ພຶດສະພາ 2022 ທ່ານ ປອ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍຄະນະກຳມະການກວດນັບຊັບສິນ ໄດ້ເຂົ້າຮ່ວມກອງປະຊຸມກວດນັບຊັບສິນ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ ຈຸດປະສົງຂອງກອງປະຊຸມແມ່ນເພື່ອກວດນັບຊັບສິນຂອງໂຄງການທີ່ປິດໄປແລ້ວ ທີ່ໄດ້ຮັບທຶນຊ່ວຍເຫຼືອ ພາຍໃຕ້ ໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2) ຊຶ່ງ ມີ 4 ໂຄງການດັ່ງນີ້:
1. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານສິ່ງແວດລ້ອມ ພຊສ ແຂວງວຽງຈັນ ໃນການນຳໃຊ້ ແລະ ຕິດຕາມ ຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບສິ່ງແວດລ້ອມ;
2. ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ,ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໃນການຕິດຕາມ ຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບສິ່ງແວດລ້ອມ;
3. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານສິ່ງແວດລ້ອມ ພຊສ ແຂວງຫົວພັນ ໃນການນຳໃຊ້ ແລະ ຕິດຕາມ ຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບສິ່ງແວດລ້ອມ;
4. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານສິ່ງແວດລ້ອມ ພຊສ ແຂວງຫຼວງພະບາງ ໃນການນຳໃຊ້ ແລະ ຕິດຕາມ ຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບສິ່ງແວດລ້ອມ.