ກອງປະຊຸມຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ່ XXIII, ໃນວັນທີ 24 ທັນວາ 2021 ທີ່ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ

Dec 29, 2021 | News

ກອງປະຊຸມຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ XXIII ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2021 ເວລາ 08:30 ໂມງ ທີ່ຫ້ອງປະຊຸມຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການ​ເປັນ​ປະທານ​ຂອງ ທ່ານ​ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າຄະນະວິຊາການ ກອງທຶນປົກປັກຮັກສາສ່ິງແວດລ້ອມ, ມີສະມາຊິກຄະນະວິຊາການເຂົ້າຮ່ວມທັງໝົດ 09 ທ່ານ ໃນນັ້ນ 02 ທ່ານໄດ້ຖືກມອບໝາຍໃຫ້ມາຕາງໜ້າ ແລະ ມີສິດອອກສຽງໄດ້ທັງໝົດ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ປະຊຸມຜ່ານລະບົບວີດີໂອຄອນເຟີເລັນ (Video Conference). ນອກນັ້ນ, ກໍມີພະນັກງານຫ້ອງການກອງທຶນປົກປັກຮັກສາສ່ິງແວດລ້ອມເຂົ້າຮ່ວມ ລວມທັງໝົດ 15 ທ່ານ, ຍິງ 08 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນ:

  • ເພື່ອລາຍງານການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນຈາກ ກປສ ແລະ ຄສລ2 ໄລຍະ 1 ປີ (ມັງກອນ-ທັນວາ 2021) ແລະ ແຜນວຽກຈຸດສຸມໃນໄຕມາດ 1 (ມັງກອນ-ມີນາ 2022);
  • ເພື່ອສະເໜີນະໂຍບາຍກ່ຽວກັບການສະໜອງທຶນພາຍໃນ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ;
  • ເພື່ອສະເໜີຄູ່ມືຄຸ້ມຄອງການເງິນ ຂອງກອງທຶນປົກປັກຮັກສາສ່ິງແວດລ້ອມ;
  • ເພື່ອສະເໜີຄູ່ມືຕິດຕາມ ແລະ ປະເມີນຜົນໂຄງການ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ.