ກອງປະຊຸມສະຫຼຸບປິດ ໂຄງການຄຸ້ມຄອງປ່າສະຫງວນ ພູຫີຜີ ເມືອງໄຊ-ເມືອງຫຼາ ແຂວງອຸດົມໄຊ

Apr 11, 2022 | News

ໃນຕອນບ່າຍຂອງ ວັນທີ 4 ເມສາ 2022 ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ, ໄດ້ຈັດກອງປະຊຸມສະຫຼຸບປິດ ໂຄງການຄຸ້ມຄອງປ່າສະຫງວນ ພູຫີຜີ ໂດຍຜ່ານລະບົບວີດີໂອຄອນເຟີເລັນ (Video Conference) ໂດຍການເປັນປະທານຂອງ ທ່ານ ທ່ານ ບຸນເກີດ ສະໜອງໄຊ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ, ຜູ້ຊີ້ນຳໂຄງການ, ພ້ອມດ້ວຍ ວິຊາການ, ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງໝົດ 20 ທ່ານ ຍິງ 4 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ (2017 -2022) ຜ່ານມາ ຊຶ່ງໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດພູຫີຜີ ແມ່ນໂຄງການໜຶ່ງ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມມູນຄ່າທັງໝົດ 700 ລ້ານກີບ ເພື່ອສ້າງແຜນຄຸ້ມຄອງປ່າສະຫງວນແຫ່ງຊາດພູຫີຜີ ໃຫ້ມີຄວາມຍືນຍົງ ປົກປັກຮັກສາປ່າສະຫງວນ ແລະ ອະນຸລັກຊີ ວະນາໆພັນ ພ້ອມປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ”

ປ່າສະຫງວນແຫ່ງຊາດພູຫີຜີມີເນື້ອທີ່ທັງໝົດ 87.350 ຮຕ. ກວມເອົາ ເມືອງໄຊ ແລະ ເມືອງຫຼາ ໃນນັ້ນກວມເອົາ 8 ບ້ານເປົ້າໝາຍ (ສອງເມືອງ), ມີຈຳນວນຄອບຄົວທັງໝົດ 735 ຄອບຄົວ, ພົນລະເມືອງທັງຫມົດ 3,629 ຄົນ, ຍິງ 1,809 ຄົນ.

ຜ່ານການຈັດຕັ້ງປະຕິບັດໂຄງການຜ່ານມາ ເຫັນວ່າມີຜົນສໍາເລັດຕາມຄາດໝາຍ ໂດຍໄດ້ມີການຝຶກອົບຮົມສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ອະນຸລັກຊີວະນາໆພັນ, ການເຜີຍແຜ່ສ້າງຈິດສຳນຶກ, ຈັດຕັ້ງແຜນອະນຸລັກປ່າໄມ້ບ້ານ, ກຳນົດຕັ້ງປ້າຍຊີ້ບອກ, ປັກຫຼັກໝາຍເຂດແດນ, ກອງທືນບ້ານເພື່ອພັດທະນາບ້ານ ຊ່ວຍປັບປຸງຊີວິດການເປັນຢູ່ຂອງຊາວບ້ານ ມີລັດລ້ຽງສາມາດສ້າງລາຍຮັບໃຫ້ຄອບຄົວ ແລະ ສົ່ງເສີມການສຶກສາໃຫ້ລູກ ບໍ່ໄດ້ເຂົ້າໄປບຸກລຸກປ່າ ສາມາດລຸດພົ້ນອອກຈາກຄອບຄົວທຸກຍາກ.