ກອງປະຊຸມເຜີຍແຜ່ ບົດບັນທຶກຊ່ວຍຈຳ

Mar 27, 2021 | News

ກອງປະຊຸມເຜີຍແຜ່ ບົດບັນທຶກຊ່ວຍຈຳ ແລະ ຝຶກອົບຮົມການປິດສະຫຼຸບໂຄງການ ຄສລ2 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28 – 29 ມັງກອນ 2021, ທີ່ຫ້ອງປະຊຸມ ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂດຍມີຫົວໜ້າກົມກອງທີ່ໄດ້ຮັບທຶນຈາກໂຄງການ ຄສລ2 ພ້ອມທັງຜູ້ປະສານງານຈາກໂຄງການຍ່ອຍ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ ຍິງ 20 ທ່ານ ຈາກ 17 ໂຄງການ ຂັ້ນສູນກາງ;

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ

  • ຮັບຟັງເຜີຍແຜ່ຜົນການລົງຊຸກຍູ້ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຊຶ່ງທະນາຄານໂລກມາຕິດຕາມຮ່ວມກັບ ກປສ, ກົມແຜນການ ແລະ ການຮ່ວມມື ກຊສ, ກົມແຜນການ ແລະ ການເງິນ ກກປ;
  • ຝຶກອົບຮົວກ່ຽວກັບການຂຽນບົດລາຍງານການປິດສະຫລຸບໂຄງການ ຮຽນຮູ້ວົງຈອນການຄຸ້ມຄອງໂຄງການ (ການປະເມີນເບື້ອງຕົ້ນ, ອອກແບບ/ວາງແຜນໂຄງການ, ຈັດຕັ້ງປະຕິບັດໂຄງການ/ຕິດຕາມ, ປະເມີນຜົນ ແລະ ທົບທວນຄືນ ແລະ ອອກແບບໂຄງການຄືນໃໝ່); ຮັບຮູ້ຄາດໝາຍການສົ່ງບົດ​ລາຍ​ງານ​ສະຫຼູບປິດ​ໂຄງການ ​ໃຫ້ ຫກປສ ພາຍໃນ 30 ວັນ​ຫຼັງ​ຈາກ​ສຳ​ເລັດ​ໂຄງການ;
  • ຮຽນຮູ້ຂັ້ນຕອນການສະຫຼຸບການເງິນ ແລະ ປິດບັນຊີໂຄງການ (ທຸກການເຄື່ອນໄຫວລາຍຈ່າຍຕ້ອງເກີດຂຶ້ນກ່ອນມື້ສິ້ນສຸດໂຄງການ, ປື້ມບັນທຶກບັນຊີທະນາຄານ ຂອງໂຄງການ ຕ້ອງໄດ້ມີການສົມທຽບກັບບັນຊີສຳຮອງທະນາຄານໃຫ້ຖືກຕ້ອງ, ຈຳນວນເງິນທີ່ຍັງເຫຼືອໃນທະນາຄານ ແລະ ເງິນສົດ ຕ້ອງໄດ້ສົ່ງຄືນໃຫ້ ຫກປສ, ໂຄງການຕ້ອງປິດບັນຊີທະນາຄານ ໂດຍມີເອກະສານຕົ້ນສະບັບ ພ້ອມດ້ວຍຈ້ຳກາປິດບັນຊີ ແລະ ບັນຊີສຳຮອງທະນາຄານຕ້ອງສະແດງຕົວເລກເປັນສູນ)

ຜ່ານການຝຶກອົບຮົມ 2 ວັນ ຫ້ອງການ ກປສ ແລະ ບັນດາຜູ້ປະສານຈາກໂຄງການກໍ່ໄດ້ມີການປຶກສາຫາລືການຕໍ່ອາຍຸສັນຍາໂຄງການ ແລະ ໄດ້ສະເໜີໃຫ້ແຕ່ລະໂຄງການປະເມີນຕົນເອງ ວ່າຈະສຳເລັດຕາມເວລາທີ່ໄດ້ສະເໜີມາຫາ ກປສ ຫຼືບໍ່. ເຊີ່ງແຕ່ລະໂຄງການສາມາດຕໍ່ອາຍຸສັນຍາໂຄງການຮອດເດືອນ 12/2021;

ປຶກສາຫາລື ແລກປ່ຽນການນຳໃຊ້ງົບປະມານ, ສະເໜີໃຫ້ຫົວໜ້າ ຫລື ຜູ້ປະສານງານໂຄງການກວດກາຄືນການນຳໃຊ້ພະນັກງານສັນຍາຈ້າງການເງິນ ເພື່ອໃຫ້ປະຕິບັດໜ້າທີ່ກ່ອນປິດໂຄງການ;

  • ວິທີປະກອບແບບຟອມບົດສະຫຼຸບໂຄງການ
  • ຮັບຟັງ ການອະທິບາຍ ຜົນໄດ້ຮັບຂອງ ແຕ່ລະກິດຈະກໍາທີ່ລະບຸໃນບົດສະເໜີໂຄງການ ໃນເບື້ອງຕົ້ນ ແລະ ກິດຈະກໍາທີ່ຢູ່ໃນແຜນ AWP ຂອງແຕ່ລະປີ;

[robo-gallery id=7764]