ກອງປະຊຸມແລກປ່ຽນບົດຮຽນໂຄງການ ທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ

Apr 11, 2022 | News

ກອງປະຊຸມແລກປ່ຽນບົດຮຽນໂຄງການ ທີ່ໄດ້ຮັບທຶນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ເມສາ 2022 ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສ່ິງແວດລ້ອມ, ໂດຍມີ ທ່ານ ປອ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສ່ິງແວດລ້ອມ, ຜູ້ປະສານງານຈາກໂຄງການແຂວງ ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ, ສາລະວັນ ແລະ ນະຄອນຫຼວງວຽງຈັນ. ນອກນັ້ນ, ກໍມີພະນັກງານຫ້ອງການກອງທຶນປົກປັກຮັກສາສ່ິງແວດລ້ອມເຂົ້າຮ່ວມ ລວມທັງໝົດ 27 ທ່ານ, ຍິງ 8 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນ:
• ເພື່ອທົບທວນການຈັດຕັ້ງປະຕິບັດ ຂອງທຸກໂຄງການທີ່ເຂົ້າຮ່ວມກອງປະຊຸມ
• ເພື່ອຮັບຟັງບັນຫາ, ສິ່ງທ້າທ້າຍ ທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດ ແລະ ວິທີແກ້ໄຂ ຂອງແຕ່ລະໂຄງການ;
• ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຮ່ວມກັນ