ປິດໂຄງການຄຸ້ມຄອງອ່າງນ້ຳຊຳໄລຍະ 3

Jul 27, 2021 | News

ກອງປະຊຸມສະຫຼຸບປິດໂຄງການຄຸ້ມຄອງອ່າງນ້ຳຊຳໄລຍະ 3 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ຫົວພັນ (WRM 019 HP)

ໃນຕອນບ່າຍ ວັນທີ 08 ມິຖຸນາ 2021 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ແຂວງ ຫົວພັນ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການຄຸ້ມຄອງອ່າງນ້ຳຊຳ ໄລຍະ 3 ໂດຍຜ່ານລະບົບວີດີໂອຄອນເຟີເລັນ (Video Conference) ໂດຍການເປັນປະທານຮ່ວມໂດຍ ທ່ານ ພອນສິນ ພົມປານດາ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ຜູ້ຊີ້ນຳໂຄງການ, ນາຍບ້ານເປົ້າໝາຍທີ່ນອນໃນໂຄງການ 5 ບ້ານ (ບ້ານຮາມເໜືອ, ບ້ານນາຈອງ, ບ້ານນາຄາ, ບ້ານຊາງຄໍາ ແລະ ບ້ານນາພຽງ), ພະແນກການກ່ຽວຂ້ອງຂອງແຂວງ, ພ້ອມດ້ວຍ ທີມງານໂຄງການ, ຮອງພະແນກຄຸ້ມຄອງໂຄງການ ແລະ ວິຊາການຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຕາງໜ້າ ກົມແຜນການ ແລະ ການເງິນ ກຊສ ລວມທັງໝົດ 21 ທ່ານ ຍິງ 2 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 (2016-2021) ຜ່ານມາ ຊື່ງວ່າໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດວຽກງານສຳເລັດໄປຕາມຈຸດປະສົ່ງ ແລະ ຕົວຊີ້ວັດທີ່ວາງໄວ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນແຂວງ ແລະ ຂັ້ນເມືອງ ໃນການຄຸ້ມຄອງຊັບ ພະຍາກອນນ້ຳອ່າງຮັບນ້ຳຊໍາແບບເຊື່ອມສານ ເຊີ່ງໄດ້ເລັ່ງໃສ່ການຄຸ້ມຄອງສາຍນໍ້າສາຂາຂອງສາຍນໍ້າຊຳ ກໍ່ຄືສາຍນໍ້າຮາມ ແລະ ມີ 5 ບ້ານທີ່ນອນໃນເປົ້າໝາຍຂອງໂຄງການຄື: ບ້ານຮາມເໜືອ, ບ້ານນາຈອງ, ບ້ານນາຄາ, ບ້ານຊາງຄໍາ ແລະ ບ້ານນາພຽງ ເມືອງຊຳເໜືອ ແຂວງຫົວພັນ.

ໂຄງການໄດ້ປະກອບມີ 4 ອົງປະກອບ ແລະ ມີ 30 ກິດຈະກຳ ໂຄງການໄດ້ຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງ ໂດຍແມ່ນຈັດຝຶກອົບຮົມ, ຖອດຖອນບົດຮຽນ, ພ້ອມກັນນັ້ນໂຄງການໄດ້ສຳເລັດ ວາງແຜນຄຸ້ມຄອງປ່າປ້ອງກັນເຂດຍອດນໍ້າ, ສຳຫຼວດຈັດສັນເຂດຄຸ້ມຄອງຂອງແຕ່ລະບ້ານເປົ້າໝາຍຂອງໂຄງການ ປັກປ້າຍເຂດແດນຂອງບ້ານ ແລະ ບັນດາສາຍຫ້ວຍນໍ້າ, ວາງແຜນຈັດຕັ້ງປະຕິບັດ ສະກັດກັ້ນໄຟໄໝ້ລາມ, ວາງແຜນຈັດຕັ້ງປະຕິບັດ ເພື່ອຫຼຸດຜ່ອນການຖ່າງປ່າເຮັດໄຮ່ເຂດປ່າຍອດນໍ້າແບບຊະຊາຍ, ສົ່ງເສີມການຜະລິດເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ລົງວິໄຈຄຸນນະພາບນໍ້າເປັນປົກກະຕິ ແລະ ,ທົບທວນແຜນຄຸ້ມຄອງອ່າງຮັບນໍ້າຊໍາ ຊື່ງບັນດາກິດຈະກໍາທີ່ພົ້ນເດັ່ນທີ່ໄດ້ຈັດຕັ້ງປະຕິບັດສໍາເລັດມີດັ່ງລຸ່ມນີ້:

  1. ຄະນະຊີ້ນໍາໂຄງການ ໃຫ້ຄວາມສໍາຄັນ, ມີຄວາມເຂົ້າໃຈ ແລະ ໃຫ້ຄວາມເອົາໃສ່ ຕໍ່ກັບການຈັດຕັ້ງປະຕິບັດໂຄງການ
  2. ພະນັກງານພຽງພໍ, ມີຄວາມຮູ້, ມີຄວາມສາມາດ, ມີຄວາມເຂົ້າໃຈ, ມີຄວາມເອົາໃຈໃສ່, ຖ້າເປັນໄປໄດ້ຕ້ອງມີປະສົບການຕໍ່ວຽກງງານຍິ່ງເປັນການດີ.
  3. ສາມາດເຂົ້າເຖິງແຫລ່ງທຶນ, ສ້າງຄວາມພໍໃຈຕໍ່ຜູ້ໃຫ້ທຶນ ເພື່ອຄວາມຍືນຍົງທາງດ້ານການເງິນ.
  4. ມີການປະສານງານ, ໄດ້ຮັບຄວາມຮ່ວມມື, ມີຄວາມເອົາໃຈໃສ່ ແລະ ເຂົ້າຮ່ວມ ຈາກພາກສ່ວນຕ່າງໆນັບແຕ່ສູນກາງຈົນເຖິງທ້ອງຖິ່ນ (ເມືອງ, ບ້ານ).
  5. ກິດຈະກໍາທີ່ກໍານົດໃນແຜນ ຂອງໂຄງການຕ້ອງເປັນທີ່ຍອມຮັບຈາກຈາກທ້ອງຖິ່ນ ແລະ ຜູ້ໃຫ້ທຶນ.
  6. ມີນິຕິກໍາທີ່ຊັດເຈນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ.