ພິທີເຊັນສັນຍາ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນໃນການສະໜອງທຶນໃຫ້ໂຄງການ ປ້ອງກັນສະພາບນໍ້າຖ້ວມອັ່ງຂັງໃນຕົວເມືອງ

Jan 22, 2020 | news

ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 13 ມັງກອນ 2020 ເຊິ່ງຈັດຂື້ນທີ່ ຫ້ອງປະຊຸມຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ທ່ານ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2, ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ, ຫົວໜ້າພະແນກ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງ​ໝົດ​ປະມານ 20 ທ່ານ.

  ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້​ກຽດ​ລົງ​ນາມ​​ເຊັນສັນຍາໂດຍ ທ່ານ ສີພັນດອນ ສີຫາວົງ, ຫົວໜ້າຫ້ອງການ ກອງ​ທຶນປົກປັກຮັກສາ​ສິ່ງ​ແວດ​ລ້ອມ (ຕາງໜ້າຜູ້​ໃຫ້​ທຶນ) ​ແລະ ທ່ານ ບຸນຈັນ ແກ້ວສີທຳມະ, ຫົວໜ້າຫ້ອງການ ຫົວໜ້າຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ.

ໂຄງການ ປ້ອງ​ກັນ​ສະ​ພາບ​ນ້ຳ​ຖ້ວມ​ອັ່ງ​ຂັງ​ໃນ​ຕົວ​ເມືອງ ໂດຍ ການ​ອາ​ນາ​ໄມ​ລວງ​ຮ່ອງ​ລະ​ບາຍ​ນ້ຳແຄມ​ທາງ ແລະ ລວງ​ຮ່ອງ​ນ້ຳ​ສາຍ​ແມ່​ໃນ​ນະ​ຄອນ​ຫຼວງວຽງຈັນ, ມູນຄ່າໂຄງການ 500,000,000 ກີບ (ຫ້າຮ້ອຍລ້ານລ້ານກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການ ແມ່ນ ນັບແຕ່ມື້ເຊັນສັນຍາ ຈົນຮອດ ທ້າຍເດືອນ ມິຖຸນາ 2020 ເຊິ່ງ ຈັດຕັ້ງປະຕິບັດໂດຍຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ, ຈຸດປະສົງຂອງໂຄງການແມ່ນເພື່ອປ້ອງກັນ ແລະ ສະກັດກັ້ນ ສະພາບນໍ້າຖ້ວມອັ່ງຂັງໂດຍການອານາໄມລວງຮ່ອງລະບາຍນໍ້າແຄມທາງ ຈຳນວນ 10 ເສັ້ນທາງ ແລະ ຮ່ອງສາຍແມ່ໃນນະຄອນຫລວງວຽງຈັນ ແລະ ຮ່ອງແມ່ເຊື່ອມລົງໄປຫາຫ້ວຍໝາກຮຽວ ຈຳນວນ 6 ສາຍ. ເພື່ອບໍ່ໃຫ້ມີນໍ້າໃນລະດູຝົນທີໄຫລມາແຮງບໍ່ກໍ່ໃຫ້ເກີດນໍ້າຂັງນໍ້າຖ້ວມເຂດຊຸມຊົນ, ສະຖານທີ່ລັດຖະການ, ບ້ານເຮືອນປະຊາຊົນ ແລະ ເປັນການອານະໄມຮ່ອງລະບາຍນໍ້າກ່ອນລະດູຝົນຈະມາເຖິງ ເຊິ່ງກວມຢູ່ 6 ຕົວເມືອງ ໃນນະຄອນຫລວງວຽງຈັນ ເມືອງຈັນທະບູລີ, ໄຊເສດຖາສີໂຄດຕະບອງ. ສີສັດຕະນາກ.ໄຊທານີ ແລະ ເມືອງຫາດຊາຍຟອງ.

ທັງໝົດນີ້ກໍ່ເພື່ອແນ່ໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ທັງເປັນການປະຕິບັດຕາມພັນທະ ແລະ ພາລະບົດບາດຂອງຕົນ ຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານ ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄປຕາມທິດສີຂຽວ ແລະ ຍືນຍົງ.

[Best_Wordpress_Gallery id=”66″ gal_title=”2020113″]