ວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ

Jul 15, 2020 | News

ທ່ານຮູ້ບໍ່ວ່າ ວັນທີ 13 ກໍລະກົດ 2020 ແມ່ນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ, ສປປ ລາວ ໄດ້ສົ່ງເສີມການອະນຸລັກ, ການປົກປັກຮັກສາ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ດ້ວຍການວ່າງນະໂຍບາຍ, ລະບຽບກົດໝາຍ, ທຶນຮອນ, ວິຊາການ ແລະ ເຕັກໂນໂລຊີຕ່າງໆ ເພື່ອເພີມຈຳນວນສັດນ້ຳ – ສັດປ່າ ໃຫ້ຫຼາຍຂື້ນ ແລະ ເພື່ອສົ່ງເສີມໃຫ້ລະບົບນິເວດມີຄວາມອຸດົມສົມບູນຂື້ນ. ນອກນັ້ນ ລັດຖະບານຍັງສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ເພື່ອປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ.
ພ້ອມນິ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເພື່ອການອານຸລັກສັດປ່າທີ່ໃຫ້ຈະສູນພັນ ແລະ ເພີ້ມຄວາມອຸດົມສົມບູນທາງທຳມະຊາດ.
ມາຮ່ວມກັນປ່ອຍປາ, ອານຸລັກສັດນ້ຳ-ສັດປ່າເພື່ອທຳມະຊາດ ແລະ ສິ່ງແວດລ້ອມຂອງພວກເຮົາ.