ປິດໂຄງການຄຸ້ມຄອງປົກປັກຮັກສາປ່າສະຫງວນ

Jul 27, 2021 | News

ກອງປະຊຸມສະຫຼຸບປິດໂຄງການຄຸ້ມຄອງປົກປັກຮັກສາປ່າສະຫງວນ ນ້ຳຍາວ – ນ້ຳຍອງ ແລະ ປ່າປ້ອງກັນຫ້ວຍຕາບ

ໃນຕອນເຊົ້າ ວັນທີ 19 ກໍລະກົດ 2021 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການຄຸ້ມຄອງປົກປັກຮັກສາປ່າສະະຫງວນ ນ້ຳຍາວ – ນ້ຳຍອງ ແລະ ປ່າປ້ອງກັນຫ້ວຍຕາບ ໂດຍຜ່ານລະບົບວີດີໂອຄອນເຟີເລັນ (Video Conference) ໂດຍການເປັນປະທານຮ່ວມໂດຍ ທ່ານ ບົວວັນ ຄຳພູວົງ, ຮອງຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ  ແຂວງບໍ່ແກ້ວ, ພະແນກການກ່ຽວຂ້ອງຂອງແຂວງ, ພ້ອມດ້ວຍ ທີມງານໂຄງການ, ຮອງພະແນກຄຸ້ມຄອງໂຄງການ ແລະ ວິຊາການຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງໝົດ 19 ທ່ານ ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 (2016-2021) ຜ່ານມາ ຊຶ່ງໂຄງການຄຸ້ມຄອງປ່າສະຫງວນນໍ້າຍາວ – ນໍ້າຍາວ ແລະ ປ່າປ້ອງກັນຫ້ວຍຕາບ ​ແຂວງບໍ່ແກ້ວ​ ເປັນ​ໂຄງການ​ທີ່​ ​ໄດ້​ຮັບ​ການ​ສະ​ນັບ​ສະໜູນດ້ານ​ທຶນຮອນ​ຈາກ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ​ ໃນມູນຄ່າ 600 ລ້ານກີບ ມີເປົ້າໝາຍເພື່ອການອະນຸລັກ ແລະ ຄຸ້ມຄອງປ່າໄມ້ເຂດປ່າສະຫງວນຍອດນໍ້າຫ້ວຍຕາບ ເພື່ອສະໜອງປະລິມານນໍ້າໃຫ້ແກ່ເມືອງຫ້ວຍຊາຍ ໃຫ້ມີນໍາໃຊ້ບໍລິໂພກ ແລະ ນໍາໃຊ້ເຂົ້າໃນວຽກກະສິກໍາ, ປູກຝັງ, ລ້ຽງສັດ ແບບທີ່ຍືນຍົງ.

ຜ່ານ​ການຈັດຕັ້ງປະຕິບັດ​ໂຄງການໃນໄລ່ຍະຜ່ານມາ ​ເຫັນ​ໄດ້​ວ່າ​ໂຄງການ​ໄດ້​ມີ​ຜົນ​ສໍາ​ເລັດ​ໂດຍ​ພື້ນຖານເປັນກ້າວໆມາ ສະແດງອອກປະຊາຊົນໄດ້ເຂົ້າຮ່ວມ, ມີຄວາມເຂົ້າໃຈ, ມີຈິດສໍານຶກຄວາມຮູ້ດ້ານການອະນຸລັກ, ດ້ານຄວາມສໍາຄັນຂອງປ່າໄມ້, ສັດນໍ້າ, ສັດປ່າ, ຫລາຍຂື້ນ ເຮັດໃຫ້ເນື້ອທີ່ປ່າໄມ້ ຈໍານວນ 5.395,25  ເຮັກຕາ ໄດ້ຮັບການປົກປັກຮັກສາເປັນຢ່າງດີ ປາສະຈາກການບຸກລຸກທໍາລາຍ. ການພັດທະນາປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງດີຂື້ນ ຈາກການໄດ້ຮັບທຶນພັດທະນາບ້ານຈາກໂຄງການ ຈໍານວນ 2 ບ້ານຄື: ບ້ານຫ້ວຍສາລາ ແລະ ບ້ານດອນຄູນ ຈໍານວນບ້ານລະ 20,000,000 ກີບ(ຊາວລ້ານກີບ) ລວມ 40,000,000 ກີບ (ສີ່ສິບລ້ານກີບ) ເພື່ອມອບໃຫ້ເປັນກອງທຶນ ພັດທະນາບ້ານ ເພື່ອໃຫ້ປະຊາຊົນພາຍໃນບ້ານມີອາຊີບທີ່ໝັ້ນຄົງ ແລະ ຫລຸດພົ້ນຈາກຄວາມທຸກຈົນ, ຊຶ່ງບັນດາກິດຈະກໍາທີ່ພົ້ນເດັ່ນທີ່ໄດ້ຈັດຕັ້ງປະຕິບັດສໍາເລັດມີດັ່ງລຸ່ມນີ້:

  1. ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນນໍ້າຍາວ-ນໍ້າຍອງ ແລະ ປ່າປ້ອງກັນຫ້ວຍຕາບ ໃຫ້ແກ່ພະນັກງານເມືອງ ແລະ ບ້ານ.
  2. ສ້າງ​ຈິດ​ສຳ​ນຶກ​ໃນການອະນຸລັກໃຫ້​ປະ​ຊາ​ຊົນ​ໃນ 10 ບ້ານທີ່​ເປັນ​ເປົ້າ​ໝາຍ​ເຂົ້າ​ຮ່ວມໃນ​ການ​ຄຸ້ມ​ຄອງ​ປ່າ​ດັ່ງ​ກ່າວ.
  3. ສ້າງໜ່ວຍງານລາດຕະເວນບ້ານໄດ້ 10 ບ້ານ ເພື່ອກວດກາລາດຕະເວນສະກັດກັ້ນການລັກລອບຕັດໄມ້ທີ່ຜິດກົດ  ໝາຍ, ການຖາງປ່າຢ່າງ ຊະຊາຍ, ການລ່າສັດປ່າ ຢ່າງຊະຊາຍ, ສະກັດກັ້ນການເກີດໄຟໄໝ້ລາມປ່າ.
  4. ກິດຈະກໍາປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງປະຊາຊົນໃຫ້​ດີ​ຂຶ້ນໃນ 2 ບ້ານທີ່​ເປັນ​ເປົ້າ​ໝາຍ​ເຂົ້າ​ຮ່ວມໃນ​ການ​ຄຸ້ມ​ຄອງ​ປ່າ​ດັ່ງ​ກ່າວ.
  5. ສ້າງລະບຽບການຄຸ້ມຄອງປ່າໄມ້ຂັ້ນເມືອງ ແລະ ບ້ານ ເພື່ອຄຸ້ມຄອງນໍາໃຊ້ເຄື່ອງປ່າຂອງດົງ, ສັດນໍ້າ-ສັດປ່າແບບຍືນຍົງ.