ກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບວຽກງານການເງິນສີຂຽວ ເພື່ອສົ່ງເສີມການລົງທຶນທີ່ເປັນມິດກັບສັງຄົມ ແລະ ສິ່ງແວດລ້ອມ

Apr 26, 2022 | News

ໃນຕອນເຊົ້າຂອງວັນທີ 22 ເມສາ 2022 ທີ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ ວຽງດາລີ ສຸພານຸວົງ, ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບ ພ້ອມຄະນະ ເພື່ອປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານການເງິນສີຂຽວ ໜຶ່ງໃນວຽກງານການເງິນແບບຢືນຍົງ ໂດຍມີວັດຖຸປະສົງ ເພື່ອສົ່ງເສີມການລົງທຶນທີ່ເປັນມິດກັບສັງຄົມ ແລະ ສິ່ງແວດລ້ອມ.