ຮ່ວມກັນຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ ແລະ ພຶດປ່າໃກ້ສູນພັນ

Jan 20, 2021 | News

ຮ່ວມກັນຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ ແລະ ພຶດປ່າໃກ້ສູນພັນ

ວີດີໂອສັ້ນ ໂຄງການສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີຂີດຄວາມສາມາດ ໃນວຽກງານບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າ ທີ່ຈັດຕັ້ງປະຕິບັດໂດຍ ກົມພາສີ, ກະຊວງການເງິນ ທີ່ຖືເປັນໂຄງການທີ່ມີຄວາມສຳຄັນ ທີ່ນອນໃນໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2) ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ໂດຍຜ່ານ ກອງທຶນປົກປັກຮັກສາສິ່ງແວດລ້ອມ

ໂຄງການດັ່ງກ່າວບໍ່ສະເພາະແຕ່ປະກອບສ່ວນສຳຄັນໃນການສ້າງທັກສະ ແລະ ຄວາມສາມາໃຫ້ແກ່ເຈົ້າໜ້າທີ່ແລ້ວ, ຍັງເປັນການເພີ່ມທະວີຄວາມເຂັ້ມຂຸ້ນວຽກງານການຕ້ານ ​ການຄ້າຂາຍສັດປ່າ ແລະ ພືດປ່າໃກ້ສູນພັນ ທີ່ກໍານົດໄວ້ໃນສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES), ຊຶ່ງ ສປປ ລາວ ໄດ້ລົງນາມເຂົ້າເປັນປະເທດພາຄີໃນວັນທີ 1 ມີນາ 2004 ແລະ ມີຜົນບັງຄັບໃຊ້ໃນວັນທີ 30 ພຶດສະພາ 2004.