ຕິດຕາມ, ຊຸກຍູ້ ແລະ ປຶກສາຫາລືກ່ຽວກັບຄວາມຄືບຫນ້າການປັບປຸງແກ້ໄຂຜົນການກວດສອບ

Jul 27, 2021 | News

ໃນຕອນບ່າຍຂອງ ວັນທີ 7 ກໍລະກົດ 2021 ທີ່ຫ້ອງປະຊຸມ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈັດກອງປະຊຸມທົບທວນຄືນຜົນການກວດສອບ 2019 ນຳໂດຍ ທ່ານ ນາງ ບຸນພາມ ໂພທີສານ, ຮອງຫົວໜ້າຫ້ອງການກອງທຶນ ແລະ ທ່ານ ວິພັນໄຊ ຈັນສະໝຸດ, ຮອງຫົວໜ້າກົມກວດກົມກວດກາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຕ່າງໜ້າກົມແຜນການ ແລະ ການເງິນ, ກຊສ ແລະ ພະນັກງານວິຊາການເຂົ້າຮ່ວມ ຈຸດປະສົງແມ່ນເພື່ອຕິດຕາມ, ຊຸກຍູ້ ແລະ ປຶກສາຫາລືກ່ຽວກັບຄວາມຄຶບຫນ້າການປັບປຸງແກ້ໄຂຜົນການກວດສອບປີຜ່ານມາ ແລະ ກະກຽມກວດສອບ ຂອງ ສົກປີ 2020.